ເສດຖະກິດ ຫວຽດນາມ ຜ່ານແງ່ມູນສັງເກດສາກົນ: ມີສັນຍານຕັ້ງໜ້າຫຼາຍຢ່າງ

Chia sẻ
(VOVWORLD) - ໄລ່ຮອດທ້າຍເດືອນ ພຶດສະພາ ປີ 2024, ຄຳໝັ້ນສັນຍາ FDI ບັນລຸ 11,07 ຕື້ USD, ສູງກວ່າ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ເສດຖະກິດ ຫວຽດນາມ ຜ່ານແງ່ມູນສັງເກດສາກົນ: ມີສັນຍານຕັ້ງໜ້າຫຼາຍຢ່າງ - ảnh 1(ພາບປະກອບ: TTXVN)

        ໃນບົດລາຍງານອັບເດດເສດຖະກິດມະຫາພາກ ຫວຽດນາມ, ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ມີສັນຍານຕັ້ງໜ້າຫຼາຍຢ່າງ. ດັດຊະນີການຜະລິດອຸດສາຫະກຳ (IIP) ໃນເດືອນ ພຶດສະພາ ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ເດືອນ ເມສາ. ໃນຂະນະນັ້ນ, ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສືບຕໍ່ມີສັນຍານຕັ້ງໜ້າ. ໄລ່ຮອດທ້າຍເດືອນ ພຶດສະພາ ປີ 2024, ຄຳໝັ້ນສັນຍາ FDI ບັນລຸ 11,07 ຕື້ USD, ສູງກວ່າ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ໃນຂະນະນັ້ນ, ບົດລາຍງານອັບເດດເສດຖະກິດຫຼ້າສຸດຂອງທະນາຄານ Standard Chartered ໄດ້ຄາດຄະເນຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຈະບັນລຸລະດັບ 5,3% ໃນໄຕມາດທີ 2 ປີ 2024. ຕາມບັນດານັກຊ່ຽວຊານແລ້ວ, ການເຕີບໂຕໃນການຂາຍຍ່ອຍໄດ້ຮັບການຄາດຄະເນຢູ່ໃນລະດັບ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນເດືອນ ກໍລະກົດ, ການເຕີບໂຕໃນການສົ່ງອອກແມ່ນໃນລະດັບ 14,2%. ການສົ່ງອອກເຄື່ອງເອເລັກໂຕນິກສືບຕໍ່ໄດ້ຮັບການປັບປຸງໃນປີນີ້.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບເສດຖະກິດ ຫວຽດນາມ, ທ່ານ Paulo Medas, ຫົວໜ້າຄະນະຮັບຜິດຊອບ ຫວຽດນາມ ທີ່ກອງທຶນເງິນຕາສາກົນ (IMF) ຖືວ່າ, ຄາດວ່າ, ການເຕີບໂຕເສດຖະກິດ ຫວຽດນາມ ຈະຟື້ນຟູຢູ່ລະດັບເກືອບ 6% ໃນປີ 2024.

ຕອບກັບ