ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເຮົ້າ​ຢາງ

Chia sẻ
(VOVWORLD) - ພາຍຫຼັງສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 1 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງເຮົ້າຢາງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ ແລະເຊື່ອມຕໍ່ 3 ສະຖານທີ່ຢູ່ນະຄອນ ງ້າໄບ, ເມືອງເຈົາແທັງ, ເຈົາແທັງອາ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເຮົ້າ​ຢາງ - ảnh 1ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເຮົ້າຢາງ (ພາບ:  VOV)

ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV ປະຕິບັດສຳເລັດແຜນການທີ່ວາງອອກ, ນີ້ແມ່ນກອງປະຊຸມມີບັນດາເນື້ອໃນກ່ຽວກັບວຽກງານສ້າງນິຕິກຳຫຼາຍທີ່ສຸດ ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ. ພິເສດ, ວຽກງານບຸກຄະລາກອນໄດ້ປະຕິບັດຢ່າງແໜ້ນແຟ້ນຖືກຕ້ອງຕາມຂໍ້ກຳນົດຂອງພັກ, ກົດໝາຍຂອງ ລັດ. ບັນດາຜູ້ມີສິດເລືອກຕັ້ງໄດ້ຊົມເຊີຍທ່ານເຈິ່ນແທັງເໝິນ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທີ 7, ສະພາແຫ່ງຊາດຊຸດທີ XV, ຕາມນັ້ນແລ້ວ ບັນດາຮ່າງກົດໝາຍ, ຮ່າງມະຕິໂດຍສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຢູ່ກອງປະຊຸມຄັ້ງນີ້ແມ່ນກ່ຽວຂ້ອງເຖິງຫຼາຍຂະແໜງການ, ຫຼາຍຂົງເຂດ, ເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນທົ່ວປະເທດມີຄວາມສົນໃຈຕິດຕາມ.

ຕອບກັບ