ສື່ມວນ​ຊົນ​ຈີນ: ເສດ​ຖະ​ກິດ​ຫວຽດ​ນາມ ຟື້ນ​ຟູ ​ໄວ​ກ່າວ​ຄວາມ​​ຕັ້ງ​ຫວັງ

Chia sẻ
(VOVWORLD) - ໃນບົດຂຽນກ່ຽວກັບເສດຖະກິດຫວຽດນາມ ສະບັບໜຶ່ງຂອງສື່ມວນຊົນຈີນ ອອກໃນວັນທີ 1 ກໍລະກົດ ໄດ້ຕີລາຄາຕົວເລກເສດຖະກິດຂອງ ຫວຽດນາມ ທີ່ຫາກໍ່ປະກາດແມ່ນໝາກຜົນທີ່ດີໃນຊຸມປີມໍ່ໆມານີ້ ແລະ ສະແດງໃຫ້ເຫັນການຟື້ນຟູໄວກ່ວາຄວາມຕັ້ງຫວັງ.
ສື່ມວນ​ຊົນ​ຈີນ: ເສດ​ຖະ​ກິດ​ຫວຽດ​ນາມ ຟື້ນ​ຟູ ​ໄວ​ກ່າວ​ຄວາມ​​ຕັ້ງ​ຫວັງ - ảnh 1ພາບປະກອບ: VOV

ບົດຂຽນໄດ້ເອົາລົງໃນເວັບໄຊ Yicai, ເຊິ່ງແມ່ນເວັບໄຊຂ່າວຄາວດ້ານການເງິນ, ການດຳເນີນທຸລະກິດແຖວໜ້າຂອງຈີນ ທີ່ມີສຳນັກງານຕັ້ງຢູ່ຊຽງໄຮ້. ບົດຂຽນໄດ້ຂຽນວ່າ: ຕາມຕົວເລກຫຼ້າສຸດໂດຍກົມໃຫຍ່ສະຖິຕິຫວຽດນາມ ປະກາດ, ໃນ 6 ເດືອນຕົ້ນປີ 2024, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມເພີ່ມຂຶ້ນ 6,42%, ອັດຕາການເຕີບໂຕໄດ້ຮັບການປັບປຸງດີກ່ວາ ແລະ ກໍ່ແມ່ນໝາກຜົນທີ່ດີເມື່ອທຽບໃສ່ກັບຕົວເລກໃນຊຸມປີມໍ່ໆມານີ້. ທ່າອຽງຟື້ນຟູຂອງເສດຖະກິດ ຫວຽດນາມ ກໍ່ຍັງລື່ນກາຍຫຼາຍເທົ່າເມື່ອທຽບໃສ່ກັບຄວາມມຸ່ງມາດປາດຖະໜາຂອງລັດຖະບານ ຫວຽດນາມ. ດ້ວຍລະດັບການເຕີບໂຕ 6,42% ໃນ6ເດືອນຕົ້ນປີ, ບົດຂຽນໄດ້ຕີລາຄາ “ໃນໄລຍະຫຼັງພະຍາດໂຄວິດ - 19 ປີ 2020 – 2024, ຕົວເລກພຽງແຕ່ຕ່ຳກ່ວາ 6,58% ໃນໄລຍະ 6 ເດືອນຕົ້ນ ປີ 2022, ຢືນຢູ່ອັນດັບທີ 2”.

ເມື່ອຕອບສຳພາດຕໍ່ນັກຂ່າວຂອງ Yicai, ທ່ານ ເຈົ້າຊື້ຊິນ ຫົວໜ້າສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂອງ ສະຖາບັນຄົ້ນຄ້ວາສາກົນ ຊຽງໄຮ້ ໄດ້ຕີລາຄາວ່າ ພື້ນຖານເສດຖະກິດຈີນ ແລະ ຫວຽດນາມ ມີລັກສະນະໜູນຊ່ວຍເຊິ່ງກັນແລະກັນສູງ. ປັດຈຸບັນ, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຢີສູງສືບຕໍ່ເຂົ້າສູ່ລວງເລິກ, ສ້າງເປັນພື້ນທີ່ທີ່ກວ້າງໃຫຍ່ກ່ວາໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ຕອບກັບ