ຫວຽດນາມ ຮຽກຮ້ອງຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

Chia sẻ
(VOVWORLD) - ເລື່ອງຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ, ພິເສດແມ່ນສະຫງວນໃຫ້ກຸ່ມມີຄວາມສ່ຽງສູງ ທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດພວມພັດທະນາ.
ຫວຽດນາມ ຮຽກຮ້ອງຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1  ທ່ານ ມາຍຟານຢຸງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

        ໃນຂອບເຂດກອງປະຊຸມຊຸດທີ 56 ຂອງສະພາສິດທິມະນຸດສະຫະປະຊາຊາດ, ຈັດຂຶ້ນແຕ່ວັນທີ 18 ມິຖຸນາ ຫາວັນທີ 12 ກໍລະກົດ, ຢູ່ ເຊີແນວ, ປະເທດ ສະວິດ. ວັນທີ 02, ກໍລະກົດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ຕາງໜ້າກຸ່ມແກ່ນສານມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ລວມທັງ ຫວຽດນາມ, ບັງກະລາເທດ, ຟີລິບປິນ ກ່າວຄຳເຫັນທີ່ວາລະປຶກສາຫາລືມີຫົວຂໍ້ຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

        ທ່ານ ມາຍຟານຢຸງ ຢືນຢັນວ່າ, ເລື່ອງຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ, ພິເສດແມ່ນສະຫງວນໃຫ້ກຸ່ມມີຄວາມສ່ຽງສູງ ທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດພວມພັດທະນາ. ການປ່ຽນແປງຂອງດິນຟ້າອາກາດ, ບັນດາສະພາບອາກາດທີ່ຮ້າຍແຮງນັ້ນ ນັບມື້ນັບກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເຮືອນຊານ, ລະບົບຊີວະພາບ, ພື້ນຖານໂຄງລ່າງ, ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດອ່ອນແອລົງ, ສົ່ງຜົນກະທົບເຖິງເລື່ອງຊົມໃຊ້ບັນດາສິດທິມະນຸດໂດຍພື້ນຖານທີ່ສຸດ, ໂດຍສະເພາະແມ່ນກຸ່ມມີຄວາມສ່ຽງສູງ. ທ່ານກະຕຸກຊຸກຍູ້ໃຫ້ປະຊາຄົມສາກົນ ຈົ່ງຮ່ວມມືກັນເພື່ອແກ້ໄຂບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນໃຫ້ບັນລຸປະສິດທິຜົນ.

ຕອບກັບ