ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

Chia sẻ
(VOVWORLD) - ຕອນບ່າຍວັນທີ 3 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ 

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະແດງຄວາມຊົມເຊີຍທ່ານ Ito Naoki ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ຍີ່ປຸ່ນ ໃຫ້ດຳລົງຕຳແໜ່ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ. ທ່ານຕີລາຄາວ່າ ສອງປະເທດມີຈຸດທີ່ຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທຳ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໜູນຊ່ວຍເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພ້ອມກັບຍີ່ປຸ່ນ ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຍົກລະສ່ວນທ່ານເອກອັກຄະລັດຖະທູດ Ito Naoki ໄດ້ສະແດງຄວາມປິຕິຊົມຊືນດີໃຈເມື່ອໄດ້ເລີ່ມປະຕິບັດໜ້າທີ່ຢູ່ ຫວຽດນາມ, ທ່ານເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດໃນເວລາປະຕິບັດໜ້າທີ່ຢູ່ ຫວຽດນາມ ແມ່ນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນເລິກເຊິ່ງກ່ວາເກົ່າ ມຸ່ງໄປເຖິງໄລຍະ 50ປີຕໍ່ໄປດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົບປະແລກປ່ຽນວັດທະນະທຳ, ການຮ່ວມມືທ້ອງຖິ່ນ ແລະ ການທ່ອງທ່ຽວ.

ຕອບກັບ