ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບຄະນະປະຈຳພັກແຂວງ ບິ່ງເຟືອກ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ສະເໜີໃຫ້ແຂວງ ບິ່ງເຟືອກ ສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາຍຸດທະສາດພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ຮັບຮອງເອົາແລ້ວ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບຄະນະປະຈຳພັກແຂວງ ບິ່ງເຟືອກ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບິ່ງເຟືອກ)

        ໃນລາຍການໄປປະຕິບັດງານຢູ່ບັນດາແຂວງ ບິ່ງເຟືອກ, ຕອນບ່າຍວັນທີ 03 ມິຖຸນາ, ຢູ່ນະຄອນ ດົ່ງຊ່ວາຍ, ແຂວງ ບິ່ງເຟືອກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບິ່ງເຟືອກ ກ່ຽວກັບສະພາບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ.

        ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ສະເໜີໃຫ້ແຂວງ ບິ່ງເຟືອກ ສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາຍຸດທະສາດພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ຮັບຮອງເອົາແລ້ວ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງ 2 ໂຄງການຄົມມະນາຄົມຈຸດສຸມ, ລວມມີ: ໂຄງການເສັ້ນທາງຄວາມໄວສູງເໜືອ - ໃຕ້ ທິດຕາເວັນຕົກ ຕອນຈາກ ຢາເງັ້ຍ (ດັກນົງ) - ເຈີນແທັ່ງ (ບິ່ງເຟືອກ); ໂຄງການເສັ້ນທາງຄວາມໄວສູງນະຄອນ ໂຮ່ຈີມິນ - ທຸເຢົາໝົດ - ເຈີນແທັງ ຕອນໄປຜ່ານບໍລິເວນ ບິ່ງເຟືອກ. ທ່ານປະທານສະພາແຫ່ງຊາດຖືວ່າ, 2 ໂຄງການດັ່ງກ່າວຈະຊ່ວຍໃຫ້ແຂວງ ບິ່ງເຟືອກ ພັດທະນາຂຶ້ນ ຜ່ານການເຊື່ອມຕໍ່ກັບບັນດາເຂດເສດຖະກິດຈຸດສຸມໄດ້ເປັນຢ່າງດີກວ່າ.

        ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງໃຫ້ແຂວງ ບິ່ງເຟືອກ ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ຮັບປະກັນຊີວິດສັງຄົມ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກແບບຍືນຍົງ, ແກ້ໄຂວຽກເຮັດງານທຳເພື່ອພັດທະນາເສດຖະກິດ ໄປພ້ອມກັບການຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນເປັນປົກກະຕິ.

ຕອບກັບ