ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ເບິ່ງ​ແຍງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ໃຫ້​ຄົບ​ຊຸດ

Chia sẻ
(VOVWORLD) - ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງການເບິ່ງແຍງຄອບຄົວທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດ້ວຍນະໂຍບາຍຕ່າງໆ.
ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ເບິ່ງ​ແຍງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ໃຫ້​ຄົບ​ຊຸດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງແຂວງ ເຮົ້າຢາງ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2024), ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ແຂວງ ເຮົ້າຢາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງແຂວງ ເຮົ້າຢາງ.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢືນຢັນວ່າ ການເບິ່ງແຍງດູແລຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ແມ່ນຫຼັກສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ. ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງການເບິ່ງແຍງຄອບຄົວທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດ້ວຍນະໂຍບາຍຕ່າງໆ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:

        “ແຂວງ ເຮົ້າຢາງ ສືບຕໍ່ສຸມໃສ່ຜັນຂະຫຍາຍວຽກງານເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຢ່າງຄົບຊຸດ ດ້ວຍບັນດາວຽກງານການເຄື່ອນໄຫວທີ່ແທດຈິງ, ເພື່ອຮັບປະກັນໃຫ້ບັນດາຄອບຄົວໄດ້ຊົມໃຊ້ນະໂຍບາຍບຸລິມະສິດຂອງພັກ, ລັດ. ປຸກລະດົມຂະບວນການ “ກິນເຂົ້າຄິດຮອບຄຸນນາ, ກິນປາຄິດຮອດຄຸນນ້ຳ” ຢ່າງແຮງ, ປຸກລະດົມທົ່ວສັງຄົມເຂົ້າຮ່ວມການເບິ່ງແຍງຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ໂດຍສະເພາະແມ່ນບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ປະສົບກັບຄວາມຫຍຸ້ງຍາກ”.

 ເລຕວຽດ

ຕອບກັບ