ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Woo Won – shik

Chia sẻ
(VOVWORLD) -  ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ, ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Woo Won – shik - ảnh 1ການພົບປະໂອ້ລົມລະຫວ່າງສອງຝ່າຍ (ພາບ: VOV)

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Woo Won – shik  ຢັ້ງຢືນວ່າ ສະພາແຫ່ງຊາດ ສ.ເກົາຫຼີ ຈະຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ, ໜູນຊ່ວຍລັດຖະບານສອງປະເທດໃນການປະຕິບັດໂຄງການດຳເນີນງານຜັນຂະຫຍາຍຂອບເຂດການພົວພັນໃໝ່ຢ່າງແທດຈິງ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ, ເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດ.

        ການນຳສອງຝ່າຍເຫັນດີເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ຫຼາຍກວ່າອີກ; ແບ່ງປັນບົດຮຽນປະສົບການໃນການສ້າງກົດໝາຍ, ສ້າງລະບອບລະບຽບການຮັບໃຊ້ການພັດທະນາແບບຍືນຍົງ ແລະ ຫັນເປັນດີຈີຕອນ, ຫັນເປັນສີຂຽວ; ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດສອງປະເທດໃນການໜູນຊ່ວຍລັດຖະບານສອງປະເທດຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ໃນນັ້ນ ມີການປະຕິບັດເປົ້າໝາຍນຳວົງເງິນການຄ້າບັນລຸ 100 ຕື້ USD ໃນປີ 2025 ຢ່າງສຳເລັດ.  

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung. ນະທີ່ນີ້, ທ່ານປະທານ Samsung ໃຫ້ຮູ້ວ່າ ດ້ວຍຖານະນັກລົງທຶນຕ່າງປະເທດໃຫຍ່ສຸດ, ບໍລິສັດຜະລິດໃຫຍ່ສຸດຂອງ ຫວຽດນາມ, Samsung ໃຫ້ຄຳໝັ້ນສັນຍາ ຍາມໃດກໍຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາແບບຍືນຍົງ. ໃນນັ້ນ, Samsung ມີແຜນການລົງທຶນຢ່າງແຮງໃນໄລຍະ 3 ປີຈະມາເຖິງ ເພື່ອໃຫ້ໂຮງງານຢູ່ ຫວຽດນາມ ກາຍເປັນສູນຜະລິດ ໂມດູນ ໃຫຍ່ສຸດຂອງຂອງກຸ່ມບໍລິສັດໃນທົ່ວໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Woo Won – shik - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung (ພາບ: VOV)

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ Samsung ສືບຕໍ່ເປີດກວ້າງການລົງທຶນ, ເປີດກວ້າງຕະຫຼາດ, ຫັນລະບົບສະໜອງ, ລະບົບຮ່ວມສໍາພັນເປັນຫຼາຍຮູບຫຼາຍແບບ, ຖື ຫວຽດນາມ ແມ່ນສູນຜະລິດຍຸດທະສາດ, ຄົ້ນຄວ້າ - ພັດທະນາ ແລະ ຜະລິດບັນດາຜະລິດຕະພັນຫຼັກແຫຼ່ງອອກສູ່ຕະຫຼາດສາກົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ຍູ້ແຮງບັນດາການເຄື່ອນໄຫວຂອງສູນ R&D ຂອງ Samsung ຢູ່ ຮ່າໂນ້ຍ; ໜູນຊ່ວຍສ້າງແຫຼ່ງບຸກຄະລາກອນຄຸນນະພາບສູງໃນຂົງເຂດທີ່ຫາກໍພົ້ນເດັ່ນ, ໜູນຊ່ວຍ ຫວຽດນາມ ໃນການຊຸກຍູ້ນະວັດຕະກຳ, ເລີ່ມຕົ້ນທຸລະກິດ, ຄົ້ນຄວ້າ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ.

ຫວູຄວຽນ


ຕອບກັບ