ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ

Chia sẻ
(VOVWORLD) -ເຖິງວ່າ ໄດ້ຮັບການຮັບຮູ້ບາງຄວາມກ້າວຫນ້າຂອງຫວຽດນາມ ໃນການປົກປ້ອງ ແລະຊຸກຍູ້ສິດເສລີດ້ານສາສະຫນາ, ການເຊື່ອຖື, ແຕ່ບົດລາຍງານປະຈຳປີກ່ຽວກັບຄວາມເສລີດ້ານສາສະຫນາສາກົນປີ 2023 ຂອງກະຊວງການຕ່າງປງະເທດອາເມລິກາ ຍັງສືບຕໍ່ຍົກອອກບັນດາການຕີລາຄາຂາດພາວະວິໄສໂດຍອີງໃສ່ຂໍ້ມູນທີ່ຍັງບໍ່ທັນໄດ້ຮັບການກວດກາຢັ້ງຢືນ ແລະ ບໍ່ຊັດເຈນກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ
ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ - ảnh 1ການເຄື່ອນໄຫວດ້ານສາສະຫນາຂອງຊາວເຜົ່າມົ້ງຢູ່ ແຂວງ ກາວບັ່ງ. ພາບ: VOV

ຕອນບ່າຍວັນທີ 4 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການຖະແຫລງຂ່າວຢູ່ ຮ່າໂນ້ຍ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ບົດລາຍງານສະພາບຄວາມເສລີດ້ານສາສະຫນາສາກົນ ປີ 2023 ຂອງກະຊວງການຕ່າງປະເທດ ອາເມລິກາ, ໃນນັ້ນ ອາເມລິກາ ໄດ້ຈັດ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດຖືກຕິດຕາມພິເສດ,ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງ: ຫວຽດນາມ ຮູ້ສຶກເປັນຫນ້າເສຍດາຍຕໍ່ເລື່ອງນີ້. ເຖິງວ່າ ໄດ້ຮັບການຮັບຮູ້ບາງຄວາມກ້າວຫນ້າຂອງຫວຽດນາມ ໃນການປົກປ້ອງ ແລະຊຸກຍູ້ສິດເສລີດ້ານສາສະຫນາ, ການເຊື່ອຖື, ແຕ່ບົດລາຍງານປະຈຳປີກ່ຽວກັບຄວາມເສລີດ້ານສາສະຫນາສາກົນປີ 2023 ຂອງກະຊວງການຕ່າງປງະເທດອາເມລິກາ ຍັງສືບຕໍ່ຍົກອອກບັນດາການຕີລາຄາຂາດພາວະວິໄສໂດຍອີງໃສ່ຂໍ້ມູນທີ່ຍັງບໍ່ທັນໄດ້ຮັບການກວດກາຢັ້ງຢືນ ແລະ ບໍ່ຊັດເຈນກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ເນັ້ນຫນັກວ່າ:        

 “ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາ ຢ່າງສະເຫມີຕົ້ນສະເຫມີປາຍ, ສິດບໍ່ປະໃຫ້ຜູ້ໃດຖືກຈຳແນກປະພຶດ ຍ້ອນເຫດຜົນສາສະຫນາ, ການເຊື່ອຖືສາສະຫນາ ແລະ ການເຄື່ອນໄຫວຂອງບັນດາອົງການສາສະຫນາ ໄດ້ຮັບປະກັນຢ່າງຖືກຕ້ອງຕາມການກຳນົດຂອງກົດໝາຍ.

ບົນພື້ນຖານນັ້ນ ຫວຽດນາມ ສະເຫນີ ຝ່າຍອາເມລິກາ ຄວນມີການຕີລາຄາຢ່າງພາວະວິໄສ ໂດຍອີງໃສ່ບັນດາແຫລ່ງຂ່າວຊັດເຈນ ແລະຮອບດ້ານກ່ຽວກັບສະພາບການຕົວຈິງຢູ່ ຫວຽດນາມ ແລະ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຖືກຕິດຕາມເປັນພິເສດກ່ຽວກັບສິດເສລີດ້ານສາສະຫນາ.

ຕອບກັບ