ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ

Chia sẻ
(VOVWORLD) - ຜ່ານການເຄື່ອນໄຫວດັ່ງກ່າວ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນ ແລະ ຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງຂອງ 3 ປະເທດ
ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ພົບປະກັບຄະນະຜູ້ແທນສະຫະພັນແມ່ຍິງ ແລະ ນັກທຸລະກິດຍິງ ລາວ ແລະ ກຳປູເຈຍ)

        ຕອນເຊົ້າວັນທີ 04 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ແລະ ນັກທຸລະກິດຍິງ ລາວ ແລະ ກຳປູເຈຍ ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເຊື່ອມຕໍ່ ແລະ ພົບປະແລກປ່ຽນນັກທຸລະກິດຍິງ 3 ປະເທດ, ດ້ວຍຫົວຂໍ້ “ນັກທຸລະກິດຍິງ ແລະ ເສດຖະກິດສີຂຽວ” ຢູ່ ຮ່າໂນ້ຍ.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຊົມເຊີຍຂໍ້ລິເລີ່ມຂອງສະຫະພັນແມ່ຍິງ ຫວຽດນາມ ທີ່ໄດ້ສົມທົບກັບສະຫະພັນແມ່ຍິງ ລາວ ແລະ ກຳປູເຈຍ ຈັດເວທີປາໄສເຊື່ອມຕໍ່, ພົບປະແລກປ່ຽນນັກທຸລະກິດຍິງ 3 ປະເທດ; ທ່ານເຊື່ອໝັ້ນວ່າ, ຜ່ານການເຄື່ອນໄຫວດັ່ງກ່າວ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນ ແລະ ຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງຂອງ 3 ປະເທດ ເພື່ອໃຫ້ແມ່ຍິງເວົ້າລວມ ແລະ ນັກທຸລະກິດຍິງເວົ້າສະເພາະ ຈະສືບຕໍ່ມີການປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ ແລະ ຂອງພາກພື້ນ.

ຕອບກັບ