ສ​ປ​ປ. ເກົາ​ຫລີ ຍິງ​ທົ​ດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ວິ​ທີ​ໃຫມ່

Chia sẻ
(VOVWORLD) - ວັນທີ 1 ກໍລະກົດ, ສປປ.ເກົາຫລີ ໄດ້ຍິງທົດລອງລູກສອນໄຟ Hwasong-11Da-4.5 ທີ່ສາມາດຍິງຫົວລູກປືນໃຫຍ່ໂດຍມີນ້ຳຫນັກ 4,5 ໂຕນ. 
ສ​ປ​ປ. ເກົາ​ຫລີ ຍິງ​ທົ​ດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ວິ​ທີ​ໃຫມ່ - ảnh 1ໂທລະພາບ ສ.ເກົາຫຼີ ໃຫ້ຂ່າວກ່ຽວກັບການທົດລົງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ:  Yonhap/TTXVN)

ວັນທີ 2 ກໍລະກົດ, ສື່ມວນຊົນ ສປປ. ເກົາຫລີ ໄດ້ໃຫ້ຮູ້ວ່າ: ປະເທດນີ້ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະວີທີໃຫມ່ ມີຄວາມສາມາດຍິງຫົວລູກປືນຂະໜາດໃຫຍ່ສຸດ. ຕາມນັ້ນແລ້ວ ວັນທີ 1 ກໍລະກົດ, ສປປ.ເກົາຫລີ ໄດ້ຍິງທົດລອງລູກສອນໄຟ Hwasong-11Da-4.5 ທີ່ສາມາດຍິງຫົວລູກປືນໃຫຍ່ໂດຍມີນ້ຳຫນັກ 4,5 ໂຕນ. ການທົດລອງແມ່ນໄດ້ດຳເນີນກັບລູກສອນໄຟທີ່ຕິດຫົວລູກປືນໃຫຍ່ຈຳລອງເພື່ອຢັ້ງຢືນຄວາມເປັນປົກກະຕິເມື່ອບິນ ແລະ ຄວາມຊັດເຈນເມື່ອຍິງຖືກເປົ້າໝາຍຢູ່ໄລຍະຍິງຍາວສຸດແມ່ນ 500 ກິໂລແມັດ ແລະ ຕ່ຳສຸດແມ່ນ 90 ກິໂລແມັດ. ຂ່າວຄາວດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ ສປປ. ເກົາຫລີ ຈະດຳເນີນເຫດຍິງທົດລອງອີກຄັ້ງໃນເດືອນກໍລະກົດນີ້ ເພື່ອ “ຢັ້ງຢືນຈຸດລັກສະນະການບິນ, ຄວາມຊັດເຈນ ແລະ ຄວາມແຮງການລະເບີດຂອງຫົວລູກປືນໃຫຍ່ຢູ່ໄລຍະຍິງ 250 ກິໂລແມັດ.

ຕອບກັບ