ຫວຽດ​ນາມ ແລະ ສ.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ແລະ ປັນ​ຍາ​ປະ​ດິດ

Chia sẻ
(VOVWORLD) - ບັນດານັກຊ່ຽວຊານ, ນັກວິທະຍາສາດສ.ເກົາຫຼີ ໃຫ້ຮູ້ວ່າ ຈາກບົດຮຽນປະສົບການຂອງ ສ.ເກົາຫຼີ ຢາກກໍ່ສ້າງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຕ້ອງມີການລົງທຶນດ້ວຍຂອບຂະໜາດໃຫຍ່ ແລະ ໃນໄລຍະຍາວນານ.
ຫວຽດ​ນາມ ແລະ ສ.ເກົາຫຼີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ແລະ ປັນ​ຍາ​ປະ​ດິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ການໂອ້ລົມສົນທະນາ (ພາບ: TTXVN)

ໃນການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການ, ວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດານັກຊ່ຽວຊານ, ນັກວິທະຍາສາດສ.ເກົາຫຼີໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.

ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານ, ນັກວິທະຍາສາດສ.ເກົາຫຼີ ໃຫ້ຮູ້ວ່າ ຈາກບົດຮຽນປະສົບການຂອງ ສ.ເກົາຫຼີ ຢາກກໍ່ສ້າງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຕ້ອງມີການລົງທຶນດ້ວຍຂອບຂະໜາດໃຫຍ່ ແລະ ໃນໄລຍະຍາວນານ. ດ້ວຍບົດຮຽນປະສົບການ, ແຫຼ່ງກຳລັງ, ພື້ນຖານດ້ານວັດຖຸ, ບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາຮາກຖານຄົ້ນຄ້ວາ ແລະ ຜະລິດ, ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນຂົງເຂດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ດ້ວຍໂຄງການ ລະອຽດ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້, ຂອບໃຈບັນດາຄຳເຫັນຢ່າງສຸດໃຈຂອງບັນດາຜູ້ແທນ, ທ່ານສະເໜີ ບັນດານັກຊ່ຽວຊານ, ນັກວິທະຍາສາດສ.ເກົາຫຼີ ສືບຕໍປະກອບຄຳເຫັນຊ່ວຍ ຫວຽດນາມ ສ້າງຍຸດທະສາດ, ກົນໄກຖືກຕ້ອງ ໃຫ້ບຸລິມະສິດເພື່ອສາມາດແກ້ງແຍ້ງ, ດຶງດູດເງິນລົງທຶນ ແລະ ແຫຼ່ງຊັບພະຍາກອນມະນຸດ; ພັດທະນາພື້ນຖານໂຄງລ່າງຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ.

ຕອບກັບ