ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol

Chia sẻ
(VOVWORLD) - ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນດ້ານເສດຖະກິດເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol - ảnh 1 (ທີ່ການພົບປະເຈລະຈາ)

        ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ (ແຕ່ວັນທີ 30 ມິຖຸນາ - 03 ກໍລະກົດ), ຕອນບ່າຍວັນທີ 02 ກໍລະກົດ, ຢູ່ນະຄອນຫຼວງ ເຊີອຸນ, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol.

        ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນດ້ານເສດຖະກິດເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ, ຜ່ານນັ້ນ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍບັນລຸ 100 ຕື້ USD ໃນປີ 2025 ໂດຍໄວ ແລະ ມຸ່ງໄປເຖິງເປົ້າໝາຍບັນລຸ 150 ຕື້ USD ໃນປີ 2030. ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາວິສາຫະກິດຂອງ ສ.ເກົາຫຼີ ເພີ່ມທະວີການລົງທຶນເຂົ້າຂົງເຂດເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເຕັກໂນໂລຊີຊີວະສາດ, ເຕັກໂນໂລຊີສູງ…

        ສ່ວນທ່ານປະທານາທິບໍດີ Yoon Suk Yeol ຢືນຢັນວ່າ, ບັນດາວິສາຫະກິດ ສ.ເຫົາຫຼີ ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ທ່ານສະເໜີໃຫ້ ຫວຽດນາມ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າຮ່ວມບັນດາໂຄງການຈຸດສຸມຂອງ ຫວຽດນາມ. ທ່ານກໍ່ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດທຳອິດລົງນາມສັນຍາວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດກັບ ສ.ເກົາຫຼີ; ຢືນຢັນຈະໜູນຊ່ວຍ ຫວຽດນາມ ຈັດກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ໃນເດືອນ ເມສາ 2025 ໃຫ້ບັນລຸຜົນສຳເລັດ.

ຕອບກັບ