ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ ສ.ເກົາຫຼີ

Chia sẻ
(VOVWORLD) - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ໃນການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Cho Hyun-joon ປະທານກຸ່ມບໍລິສັດ Hyosung.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ (ພາບ:  VOV)

ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວດຳເນີນທຸລະກິດຂອງ ກຸ່ມບໍລິສັດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະໜັບສະໜູນການລົງນາມຮ່ວມມືລະຫວ່າງ Hyosung ແລະ ແຂວງບ່າເຣ້ຍ - ຫວູງເຕົ່າເພື່ອແນໃສ່ພັດທະນາແຂວງ ບ່າເຣ້ຍ - ຫວູງເຕົ່າ ກາຍເປັນສູນຜະລິດເຕັກໂນໂລຢີຊີວະສາດ, ວັດຖຸພັນກ້າວໜ້າຂອງ ຫວຽດນາມ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ ສະເໜີ Hyosung ຍາມໃດກໍ່ເອົາໃຈໃສ່ເຖິງການປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ການເຊື່ອມຕໍ່ກັບວິສາຫະກິດພາຍໃນປະເທດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ; ເພີ່ມທະວີການນຳໃຊ້ບັນດາວັດສະດຸເຊິ່ງ ຫວຽດນາມ ອາດຈະຜະລິດໄດ້; ເອົາໃຈໃສ່ເຖິງການຮັບປະກັນລະບົບໜູນຊ່ວຍສັງຄົມແກ່ຜູ້ອອກແຮງງານ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບທ່ານ Shin Dong-bin, ປະທານກຸ່ມບໍລິສັດ Lotte. ທ່ານນາຍົກລັດຖະມົນຕີລາຄາສູງບັນດາການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງກຸ່ມບໍລິສັດ Lotte ຢູ່ ຫວຽດນາມ, ທ່ານໃຫ້ຮູ້ວ່າ ຫວຽດນາມ ຊົມເຊີຍ ແລະ ປາດຖະໜາ Lotte ສືບຕໍ່ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດທີ່ເປັນທ່າແຮງຄືການພັດທະນາຕົວເມືອງອັດສະລິຍະ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືທາງດ້ານແຮງງານ ຫວຽດນາມ - ສ.ເກົາຫຼີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ແລະ ສ.ເກົາຫຼີໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດັ່ງນັ້ນ ການຮ່ວມມືດ້ານແຮງງານຕ້ອງໄດ້ຮັບການຊຸກຍູ້ໃຫ້ສົມກັບການພົວພັນນີ້.

ຕອບກັບ