ເປີດຕົວລະບົບຮາກຖານຂໍ້ມູນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ອຸດສາຫະກຳໜູນຊ່ວຍຫວຽດນາມ

Chia sẻ
(VOVWORLD) -ລະບົບນີ້ຈະຊ່ວຍໃຫ້ບັນດາວິສາຫະກິດເຊື່ອມຕໍ ແລະ ກຳແໜ້ນໄດ້ກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ເຊິ່ງຫວຽດນາມ ຫາກໍ່ເຂົ້າຮ່ວມ.

ເປີດຕົວລະບົບຮາກຖານຂໍ້ມູນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ອຸດສາຫະກຳໜູນຊ່ວຍຫວຽດນາມ - ảnh 1 ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສະກຳ ແລະ ການຄ້າຫວຽດນາມ

(ພາບ: TTXVN)

ຕອນເຊົ້າວັນທີ 19 ມິຖຸນາ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສະກຳ ແລະ ການຄ້າຫວຽດນາມ, ທ່ານ Kyle Kelhofer, ຜູ້ອຳນວຍການແຫ່ງຊາດອົງການຈັດຕັ້ງການເງິນສາກົນ, ທ່ານເອກອັກຄະລັດຖະທູດອົດສະຕາລີ Robyn Mudie ແລະ ທ່ານເອກອັກຄະລັດຖະທູດສະວິດ Ivo Sieber ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ກົດປຸ່ມເປີດຕົວລະບົບຮາກຖານຂໍ້ມູນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ອຸດສາຫະກຳໜູນຊ່ວຍຫວຽດນາມ.

        ຢູ່ທີ່ນີ້, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ຖືວ່າ, ໃນສະພາບການເກີດໂລກລະບາດໂຄວິດ-19 ນັ້ນ, ບັນດາການເຄື່ອນໄຫວແລກປ່ຽນການຄ້າໂດຍກົງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລະບົບນີ້ຈະຊ່ວຍໃຫ້ບັນດາວິສາຫະກິດເຊື່ອມຕໍ ແລະ ກຳແໜ້ນໄດ້ກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ເຊິ່ງຫວຽດນາມ ຫາກໍ່ເຂົ້າຮ່ວມ.

        “ພວກເຮົາໄດ້ລົງນາມໃນສັນຍາ EVFTA ແລະ ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນ, ເລື່ອງວັນທີ 01 ສິງຫາ ສັນຍານີ້ຈະເລີ່ມມີຜົນສັກສິດນັ້ນ ບັນດາຄວາມສະດວກໃນການຫຼຸດຜ່ອນພາສີອາກອນ ແລະ ບັນດາເງື່ອນໄຂບຸລິມະສິດໃຫ້ແກ່ການສຳຜັດຕະຫຼາດ ແລະ ບັນດາຂົງເຂດອື່ນໆ ຈະສ້າງກາລະໂອກາດໃຫຍ່ຫຼາຍຢ່າງໃນການດຶງດູດການລົງທຶນຈາກ ອີຢູ ແລະ ໂລກເຂົ້າຫວຽດນາມ. ໃນສະພາບການນັ້ນ, ລະບົບຮາກຖານຂໍ້ມູນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ ແລະ ອຸດສາຫະກຳໜູນຊ່ວຍ ແມ່ນມີຄວາມຈຳເປັນທີ່ສຸດໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ໃນການສຳຜັດກັບບັນດາກາລະໂອກາດນັ້ນ”.

        ສ່ວນທ່ານເອກອັກຄະລັດຖະທູດສະວິດປະຈຳຫວຽດນາມ Ivo Sieber ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງສະວິດ ໃນການໜູນຊ່ວຍໂຄງການດັ່ງກ່າວ ເພື່ອແນໃສ່ໜູນຊ່ວຍໃຫ້ ຫວຽດນາມ ຊຸກຍູ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ພິເສດແມ່ນຊ່ວຍໃຫ້ເຂົາເຈົ້າໄດ້ເຊື່ອມຕໍ່ກັບບັນດາວິສາຫະກິດໃນທົ່ວໂລກ.

ຕອບກັບ