ອາ​ທິດ​ເຮັດ​ວຽກ​ທີ 4, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດຊຸດ​ທີ XV: ສຸມ​ໃສ່​ວຽກ​ງານ​ນິ​ຕິ​ບັນ​ຍັດ ດ້ວຍ​ຮ່າງ​ກົດ​ໝາຍ​ສຳ​ຄັນຫຼາຍ​ສະ​ບັບ

Chia sẻ
(VOVWORLD) -        ໃນອາທິດເຮັດວຽກທີ 4 ແຕ່ວັນທີ 17 – 21 ມິຖຸນາ ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ວຽກງານນິຕິບັນຍັດ ດ້ວຍຮ່າງກົດໝາຍສຳຄັນຫຼາຍສະບັບ.
ອາ​ທິດ​ເຮັດ​ວຽກ​ທີ 4, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດຊຸດ​ທີ XV: ສຸມ​ໃສ່​ວຽກ​ງານ​ນິ​ຕິ​ບັນ​ຍັດ ດ້ວຍ​ຮ່າງ​ກົດ​ໝາຍ​ສຳ​ຄັນຫຼາຍ​ສະ​ບັບ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ລະອຽດ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍຫຼາຍສະບັບ, ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍການທະບຽນສານ (ສະບັບປັບປຸງ); ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ; ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍທໍລະນີ ແລະ ແຮ່ທາດ; ກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງ ແລະ ຊົນນະບົດ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ; ກົດໝາຍວ່າດ້ວຍການກຳລັງປ້ອງກັນອາກາດປະຊາຊົນ; ກົດໝາຍວ່າດ້ວຍຍຸຕິທຳ ສຳລັບຜູ້ບໍ່ເຖິງກະສຽນອາຍຸ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ).

        ສະພາແຫ່ງຊາດກໍລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຮັກສາສຳເນົາ (ສະບັບປັບປຸງ) ແລະ ມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາຕາມຫົວເລື່ອງສະເພາະຂອງສະພາແຫ່ງຊາດ ປີ 2025.


ຕອບກັບ