ຫວຽດ​ນາມ​ມີ​ການ​ຜັນ​ປ່ຽນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ​ໃນ​ການ​ແກ​້ໄຂ “ບັດ​ເຫຼືອງ” IUU

Chia sẻ
(VOVWORLD) - ໂດຍໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີລົບ (EC), ຫວຽດນາມ ໄດ້ມານະພະຍາຍາມປະຕິບັດສຳເລັດກອບນິຕິກຳດ້ວຍການປະກາດໃຊ້, ປັບປຸງ ແລະ ເພີ່ມເຕີມກົດໝາຍວ່າດ້ວຍສິນໃນນ້ຳສະບັບອອກປີ 2017 ແລະ ຫຼາຍມະຕິ, ເອກະສານແນະນຳອື່ນໆທີ່ກ່ຽວຂ້ອງ

ຫວຽດນາມ ໄດ້ສະແດງໃຫ້ເຫັນຈິດໃຈ ແລະ ຄວາມຕັດສິນໃຈຢູ່ລະດັບສູງ ດ້ວຍໝາກຜົນ, ການຜັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ ເຊິ່ງໄດ້ຮັບຮູ້ນັບແຕ່ປີ 2017 ໃນການແກ້ໄຂບັດເຫຼືອງຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ນີ້ແມ່ນຂໍ້ສັງເກດຂອງທ່ານນາງ ຫງວຽນຮ່ວາງແອັງທື ນັກຄົ້ນຄ້ວາຂອງໂຄງການ Blue Security, ຢູ່ມະຫາວິທະຍາໄລ La Trobe, Australia.

ຕາມທ່ານນາງ ແອັງທືແລ້ວ, ໂດຍໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີລົບ (EC), ຫວຽດນາມ ໄດ້ມານະພະຍາຍາມປະຕິບັດສຳເລັດກອບນິຕິກຳດ້ວຍການປະກາດໃຊ້, ປັບປຸງ ແລະ ເພີ່ມເຕີມກົດໝາຍວ່າດ້ວຍສິນໃນນ້ຳສະບັບອອກປີ 2017 ແລະ ຫຼາຍມະຕິ, ເອກະສານແນະນຳອື່ນໆທີ່ກ່ຽວຂ້ອງ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ເພີ່ມທະວີ ແລະ ຍູ້ແຮງການປັບໄໝບັນດາກຳປັ່ນລະເມີດລະບຽບການຂຸດຄົ້ນ IUU. ໄລ່ຮອດວັນທີ 21 ພຶດສະພາປີນີ້, ຫວຽດນາມ ມີ 98,25%ຈຳນວນກຳປັ່ນຫາປາຍາວກ່ວາ 15 ແມັດຂຶ້ນໄປ ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອ. ໃນຊຸມປີຜ່ານມາ, ຫວຽດນາມ ກໍ່ເປັນເຈົ້າການໃນການຮ່ວມມືສາກົນ ແລະ ເຊັ່ນບົດບັນທຶກຊ່ວຍຈຳ (MOU) ກັບຫຼາຍປະເທດຄື: ໄທ, ອົດສະຕາລີ ແລະ ອາເມລິກາ. ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຮັບຜິດຊອບການສ້າງຂໍ້ລິເລີ່ມ “ສ້າງຂັ້ແຜນຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດໃນອາຊຽນ ໄລຍະ 2020 – 2025”.

ຕອບກັບ