ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ Houthi ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ກ່ຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ​ແດງ

Chia sẻ
(VOVWORLD) -  ວັນທີ 27 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງກຳລັງ Houthi ຢູ່ ເຢແມນ ຢຸດຕິທຸກການກະທຳບຸກໂຈມຕີກ່ຳປັ່ນການຄ້າຢູ່ທະເລແດງໃນທັນທີ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ Houthi ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ກ່ຳ​ປັ່ນ​ການ​ຄ້າ​ຢູ່​ທະ​ເລ​ແດງ - ảnh 1ກ່ຳປັ່ນລໍາໜຶ່ງ ຖືກບຸກໂຈມຕີ (ພາບ:  IRNA/TTXVN)

ມະຕິສະບັບນີ້ ເນັ້ນໜັກໃຫ້ບັນດາປະເທດສະມາຊິກທັງໝົດ “ຕ້ອງປະຕິບັດຕາມບັນດາພັນທະທີ່ກ່ຽວຂ້ອງເຖິງຄຳສັ່ງເກືອດຫ້າມອາວຸດແບບມີເຈດຕະນາ” ສຳລັບການນຳຫຼັກແຫຼ່ງຂອງ Houthi; ກ່າວປະນາມການບຸກໂຈມຕີດ້ວຍທຸກຮູບແບບ ທີ່ແນໃສ່ກ່ຳປັ່ນທີ່ໄປຜ່ານເຂດທະເລແດງ ແລະ ຮຽກຮ້ອງໃຫ້ປ່ອຍອິດສະຫຼະພາບໃຫ້ກ່ຳປັ່ນການຄ້າ Galaxy Leader ແລະ ລູກເຮືອ. ໄປຄຽງຄູ່ກັນນັ້ນ, ມະຕິສະບັບນີ້ກໍຮຽກຮ້ອງໃຫ້ທ່ານເລຂາທິການໃຫຍ່ ສປຊ ຍົກອອກບົດລາຍງານປະຈຳເດືອນກ່ຽວກັບວິກິດການໃນປັດຈຸບັນຢູ່ເຂດທະເລແດງ ນັບແຕ່ນີ້ຮອດວັນທີ 15 ມັງກອນ 2025.

ຕອບກັບ