ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ບໍ່​ມີ​ຄວາມ​​ຄືບ​ໜ້າ​ໃໝ່​ໃນ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ຢຸດ​ຍິງ

Chia sẻ
(VOVWORLD) - ທ່ານ Osama Hamdan ເຈົ້າໜ້າທີ່ຂັ້ນສູງ ຂອງຂະບວນການຮາມາດສ, ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງກັບ ອິດສະລາແອັນ ແລະ ການປ່ອຍຕົວປະກັນ ບໍ່ບັນລຸໄດ້ຄວາມຄືບໜ້າໃດ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ບໍ່​ມີ​ຄວາມ​​ຄືບ​ໜ້າ​ໃໝ່​ໃນ​ການ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ການບຸກໂຈມຕີຂອງ ອິດສະລາແອັນ ຢູ່ເຂດກາຊາ (ພາບ: THX/TTXVN)

ວັນທີ 29 ມິຖຸນາ, ທ່ານ Osama Hamdan ເຈົ້າໜ້າທີ່ຂັ້ນສູງ ຂອງຂະບວນການຮາມາດສ, ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງກັບ ອິດສະລາແອັນ ແລະ ການປ່ອຍຕົວປະກັນ ບໍ່ບັນລຸໄດ້ຄວາມຄືບໜ້າໃດ. ກ່າວຄຳເຫັນຕໍ່ການຖະແຫຼງຂ່າວຢູ່ ນະຄອນຫຼວງ Beirut, ລີບັງ ທ່ານ Osama Hamdan ໄດ້ຢັ້ງຢືນວ່າ ຮາມາສ ໄດ້ຮັບຂໍ້ສະເໜີໃໝ່ສຸດໃນວັນທີ 24 ມິຖຸນາ, ແຕ່ເນື້ອໃນບໍ່ມີຫຍັງໃໝ່ ແລະ ມາຮອດປັດຈຸບັນ ກໍ່ຍັງບໍ່ມີຄວາມຄືບໜ້າໃໝ່ໃນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍ.

ແລະກໍ່ວັນດຽວກກັນ, ທ່ານ Ismail Haniyeh ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ໄດ້ປຶກສາຫລືກັບທ່ານ Abbas Kamel ການນຳອົງການສືບລາຊະການລັບຂອງ ເອຢິບ ກ່ຽວກັບວິວັດການເຈລະຈາເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

ໃນຂະນະນັ້ນ, ບັນດາເຫດລະເບີດ, ບຸກໂຈມຕີທາງອາກາດ ແລະ ການປະທະກັນຍັງເກີດຂຶ້ນຢູ່ທາງທິດເໜືອເຂດ ກາຊາ ໃນວັນທີ 30 ມິຖຸນາ ເຊິ່ງແມ່ນວັນທີ 3 ທີ່ຕໍ່ເນື່ອງຂອງບັ້ນການທະຫານໃໝ່ຂອງ ອິດສະລາແອັນ.


ຕອບກັບ