ມີ​ຜູ້​ໄປ​ນະ​ມັດ​ສະ​ການກວ່າ 1.300 ຄົນ ເສຍ​ຊ​ີ​ວິດ​ຍ້ອນ​ອາ​ກາດ​ຮ້ອນເອົ້າ​ຢ່າງ​ຮ້າຍ​ແຮງ​ຢູ່ ອາ​ຣັບ​ບິ ຊະ​ອຸ​ດິ

Chia sẻ
(VOVWORLD) - ມີຜູ້ໄປນະມັດສະການໄປຍັງ Mecca ປະມານ 1,8 ລ້ານເທື່ອຄົນ  ເພື່ອເຂົ້າຮ່ວມພິທີຖະຫວາຍທູບທຽນ ປີ 2024, ໃນນັ້ນ ມີ 1,6 ລ້ານເທື່ອຄົນ ມາຈາກຕ່າງປະເທດ.
ມີ​ຜູ້​ໄປ​ນະ​ມັດ​ສະ​ການກວ່າ 1.300 ຄົນ ເສຍ​ຊ​ີ​ວິດ​ຍ້ອນ​ອາ​ກາດ​ຮ້ອນເອົ້າ​ຢ່າງ​ຮ້າຍ​ແຮງ​ຢູ່ ອາ​ຣັບ​ບິ ຊະ​ອຸ​ດິ - ảnh 1ຊາວມຸດສະລິມ ເຂົ້າຮ່ວມພິທີນະມັດສະການ ຢູ່ ອາຣັບບິ ຊະອຸດິ (ພາບ: news.abs-cbn.com/TTXVN) 

ວັນທີ 23 ມິຖຸນາ, ສຳນັກຂ່າວສານ SPA ຂອງ ອາຣັບບິ ຊະອຸດິ ໃຫ້ຮູ້ວ່າ ມີຜູ້ໄປນະມັດສະການກວ່າ 1.300 ຄົນ ໄດ້ເສຍຊີວິດ ເມື່ອໄປເຂົ້າຮ່ວມພິທີນະມັດສະການ Haji ປີ 2024 ຍ້ອນອາກາດຮ້ອນເອົ້າຢ່າງຮ້າຍແຮງ, ໃນນັ້ນ ມີ 83% ບໍ່ມີໃບອະນຸຍາດໃຫ້ເຂົ້າຮ່ວມເຫດການດັ່ງກ່າວ ເມື່ອຕ້ອງຍ່າງໃຕ້ແສງແດດ ໂດຍບໍ່ມີບ່ອນພັກຜ່ອນ. ໃນນັ້ນ, ບັນດາແຫຼ່ງຂ່າວທາງການທູດ ອາຣັບ ໃຫ້ຮູ້ວ່າ ມີຊາວ ອີຢິບ 658  ຄົນທີ່ເສຍຊີວິດ ແລະ 630 ຄົນ ບໍ້ໄດ້ຈົດທະບຽນເຂົ້າຮ່ວມການນະມັດສະການຢ່າງເປັນທາງການ.

        ວົງການເຈົ້າໜ້າທີ່ ອາຣັບບິ ຊະອຸດິ ຄາດຄະເນວ່າ ມີຜູ້ໄປນະມັດສະການໄປຍັງ Mecca ປະມານ 1,8 ລ້ານເທື່ອຄົນ  ເພື່ອເຂົ້າຮ່ວມພິທີຖະຫວາຍທູບທຽນ ປີ 2024, ໃນນັ້ນ ມີ 1,6 ລ້ານເທື່ອຄົນ ມາຈາກຕ່າງປະເທດ.

        ພິທີນະມັດສະການຢູ່ ອາຣັບບີ ຊະອຸດິ ຖືກດໍາເນີນໃນສະພາບອາກາດຮ້ອນທີ່ສຸດທີ່ 51,8 ອົງສາ C ເຊິ່ງໄດ້ຮັບການຢັ້ງຢືນຢູ່ບໍລິເວນເຂດໂບດໃຫຍ່ ຢູ່ເຂດດິນແດນສັກສິດ Mecca ໃນຕົ້ນອາທິດນີ້.

       

ຕອບກັບ