ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ຈີນ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຕາຫຼຽ​ນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Zhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ຈີນ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ WEF ຕາຫຼຽ​ນ - ảnh 1ການຕອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ສະໜາມບິນZhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ (ພາບ: VOV)

ຕອນເຊົ້າວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Zhoushuizi, ນະຄອນ ຕາຫຼຽນ, ແຂວງ ລ້ຽວນິງ, ປະເທດຈີນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມປະຈຳປີ ຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF ຕາຫຼຽນ 2024) ແລະ ເຮັດວຽກຢູ່ຈີນ. ຕ້ອນຮັບທ່ານນາຍົກລັດຖະມົນຕີຟ້າມມິງຈິງ ແລະ ຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນ ມີທ່ານ ຈິນກວັກເວີຍ ຮອງເຈົ້າແຂວງ ແຂວງລ້ຽວນິງ, ທ່ານ ຊູງບົວ ເອກອັກຄະລັດຖະທູດ ຈີນປະຈຳ ຫວຽດນາມ, ທ່ານ ເລິ້ງຊົວເຟິງ ຮອງ ເຈົ້າຄອງນະຄອນ ຕາຫຼຽນ. ສ່ວນຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ຟ້າມຊາວມາຍ ແລະ ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳຈີນ.

ຕອບກັບ