ຕຳຫຼວດ ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ຢູ່ ຊູ​ດັງ​ໃຕ້

Chia sẻ
(VOVWORLD) - ສະຫະພັນແມ່ຍິງ ກະຊວງຕຳຫຼວດ ຫວຽດນາມ, ໜ່ວຍງານຕຳຫຼວດກະຊວງຕຳຫຼວດຢູ່ UNMISS ມອບອຸປະກອນການຮຽນໃຫ້ນັກຮຽນ ແລະ ຄູອາຈານຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ແຫ່ງຄວາມຫວັງ ແລະ ໂຮງຮຽນປະຖົມ ເອກະພາບຢູ່ເຂດຄ້າຍລີ້ໄພ IDP ເລກ 1. 
ຕຳຫຼວດ ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກ​ຢູ່ ຊູ​ດັງ​ໃຕ້ - ảnh 1ການມອບອຸປະກອນການຮຽນ (ພາບ: ກະຊວງຕຳຫຼວດ ຫວຽດນາມ)

ວັນທີ 16 ມິຖຸນາ ແມ່ນວັນ “ເພື່ອເດັກ ອາຟະລິກາ”. ເນື່ອງໃນໂອກາດນີ້, ວັນທີ 13 ມິຖຸນາ, ຫ້ອງການຕຳຫຼວດກ່ຽວກັບເພດຂອງສປຊ ປະຈຳ ຊູດັງໃຕ້ ໄດ້ເປັນເຈົ້າພາບສົມທົບກັບ ສູນໜູນຊ່ວຍຄະນະປະຕິບັດງານຮັກສາສັນຕິພາບ ສປຊ, ເຄືອຂ່າຍແມ່ຍິງຕຳຫຼວດຄະນະປະຕິບັດວຽກງານຮັກສາສັນຕິພາບ ສປຊ ປະຈຳ ຊູດັງໃຕ້ (UNMISS) ໄດ້ໄປຢ້ຽມຢາມນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ ແຫ່ງຄວາມຫວັງ ແລະ ໂຮງຮຽນປະຖົມ ເອກະພາບຢູ່ເຂດຄ້າຍລີ້ໄພ IDP ເລກ 1 (Juba).

        ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກ່ຽວກັບພື້ນຖານໂຄງລ່າງຂອງຄູອາຈານ ແລະ ນັກຮຽນຢູ່ສອງແຫ່ງດັ່ງກ່າວ ຈາກແຫຼ່ງກຳລັງໜູນຊ່ວຍຕົ້ນຕໍຂອງ ສະຫະພັນແມ່ຍິງ ກະຊວງຕຳຫຼວດ ຫວຽດນາມ, ໜ່ວຍງານຕຳຫຼວດກະຊວງຕຳຫຼວດຢູ່ UNMISS ເພື່ອມອບອຸປະກອນການຮຽນໃຫ້ນັກຮຽນ ແລະ ຄູອາຈານຢູ່ໂຮງຮຽນສອງແຫ່ງດັ່ງກ່າວ. 

ຕອບກັບ