ຫວຽດ​ນາມ ນຳ​ໜ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ການ​ດຶງ​ດູດ​ນັກ​ລົງ​ທຶນ​ໃນ​ໄລ​ຍະ​ຍາວ

Chia sẻ
(VOVWORLD) -  ໃນອາທິດທີ່ຜ່ານມາ, ມີໜັງສືພິມຫຼາຍສະບັບ ແລະ ອົງການຈັດຕັ້ງສາກົນ ໄດ້ຍົກອອກຂໍ້ສັງເກດວ່າ : ຫວຽດນາມ ແມ່ນປະເທດລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃນໄລຍະຍາວ.
ຫວຽດ​ນາມ ນຳ​ໜ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ການ​ດຶງ​ດູດ​ນັກ​ລົງ​ທຶນ​ໃນ​ໄລ​ຍະ​ຍາວ - ảnh 1(ພາບປະກອບ: TTXVN)

 Bain & Company, ເຊິ່ງເປັນບໍລິສັດໃຫ້ຄຳປຶກສາດ້ານການບໍລິຫານຂອງ ອາເມລິກາ, ໄດ້ປະກາດຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ “ຫວຽດນາມ ນຳໜ້າໃນ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການດຶງດູດການລົງທຶນໃນໄລຍະຍາວ”. ໃນນັ້ນ, ບັນດານັກລົງທຶນໄດ້ໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວລົງທຶນເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງຢູ່ ຫວຽດນາມ ໄລຍະ 2025 – 2030 ຈະເພີ່ມຂຶ້ນປະມານ 83% ເມື່ອທຽບໃສ່ໄລຍະປັດຈຸບັນ.

        ຕາມການຄາດຄະເນຫຼ້າສຸດ ທີ່ໄດ້ປະກາດໃນອາທິດນີ້ຂອງທະນາຄານ UOB, GDP ໄຕມາດທີ 2 ປີ 2024 ຂອງ ຫວຽດນາມ ຈະເຕີບໂຕ 6% ບົນພື້ນຖານບັນດາການເຄື່ອນໄຫວເສດຖະກິດພວມໄປຖືກທິດ. ບົດລາຍງານດັ່ງກ່າວໃຫ້ຂໍ້ສັງເກດວ່າ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນ ໝາຍຄວາມວ່າ ບັນດານັກລົງທຶນສືບຕໍ່ມີຄວາມໄວ້ເນື່ອເຊື່ອໃຈຕໍ່ສະພາບການເມືອງ ແລະ ຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ. ລະອຽດ, ກະແສເງິນລົງທຶນ FDI ນັບແຕ່ຕົ້ນປີ ໄດ້ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງເປັນລະດັບເຕີບໂຕໄວສຸດໃນໄລຍະ 5 ເດືອນ ນັບແຕ່ປີ 2018.

        ໃນບົດລາຍງານ “Vietnam at a glance” ປະກາດໃນອາທິດນີ້, HSBC ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດດີຈີຕອນເຕີບໂຕໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2023 ແມ່ນມີຄວາມສາມາດບົ່ມຊ້ອນກາຍເປັນພື້ນຖານເສດຖະກິດດີຈີຕອນທີ່ມີຂອບຂະໜາດທີ່ 2 ໃນປີ 2030.

ຕອບກັບ