ເພີ່ມທະວີການຮ່ວມມືກ່ຽວກັບນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອາເມລິກາ

Chia sẻ
(VOVWORLD) - ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ, ໄດ້ເດີນທາງໄປປະຕິບັດງານ ແລະ ເຮັດວຽກຢູ່ ອາເມລິກາ.
ເພີ່ມທະວີການຮ່ວມມືກ່ຽວກັບນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1 ທ່ານລັດຖະມົນຕີ ຫງວຽນຈິຢຸງ ເຮັດວຽກກັບກຸ່ມບໍລິສັດ Google
(ພາບ: MPI/Vietnam+)

        ໃນລະຫວ່າງວັນທີ 22 – 23 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ, ໄດ້ເດີນທາງໄປປະຕິບັດງານ ແລະ ເຮັດວຽກຢູ່ ອາເມລິກາ.

        ວັນທີ 22 ມິຖຸນາ, ຢູ່ San Francisco, ກ່າວຄຳເຫັນທີ່ການເຮັດວຽກກັບເຄືອຂ່າຍນະວັດຕະກຳ ຫວຽດນາມ ຢູ່ Silicon Valley, ທ່ານລັດຖະມົນຕີ ຫງວຽນຈິຢຸງ ສະເໜີໃຫ້ບັນດາສະມາຊິກຂອງເຄືອຂ່າຍ ຍູ້ແຮງການເຊື່ອມຕໍ່ກັບບັນດານັກຊ່ຽວຊານແຖວໜ້າໂລກ, ບັນດາສະຖາບັນ/ໂຮງຮຽນ, ຫົວໜ່ວຍ, ອົງການຈັດຕັ້ງ… ມີແຫຼ່ງກຳລັງທີ່ເໝາະສົມເພື່ອສາມາດໜູນຊ່ວຍ ຫວຽດນາມ ພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI) ແລະ ນະວັດຕະກຳ…

        ທີ່ການເຮັດວຽກໃນຕອນເຊົ້າວັນທີ 23 ມິຖຸນາ ກັບບໍລິສັດຈຳນວນໜຶ່ງ, ຄື: ARM, Marvell ຢູ່ Slicon Valley, ກຸ່ມບໍລິສັດ Google, ທ່ານລັດຖະມົນຕີ ຫງວຽນຈິຢຸງ ປາດຖະໜາວ່າ, ບັນດາບໍລິສັດຄົ້ນຄວ້າ, ມີແຜນການລົງທຶນຢູ່ ຫວຽດນາມ ໂດຍໄວ; ຮ່ວມມືກັບ ຫວຽດນາມ ໃນການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ນອກນັ້ນ, ເປີດຫ້ອງການຜູ້ຕາງໜ້າ, ສູນ R&D ຢູ່ສູນນະວັດຕະກຳແຫ່ງຊາດ (NIC ຮ່ວາລາກ) ໂດຍໄວ.

ຕອບກັບ