ການນຳ VOV ຕ້ອນຮັບສະໂມສອນທ່ານຜູ້ຟັງວິທະຍຸ Borneo, ອິນໂດເນເຊຍ

Chia sẻ
(VOVWORLD) - ການຢ້ຽມຢາມຂອງຄະນະທ່ານຜູ້ຟັງວິທະຍຸ ອິນໂດເນເຊຍ ໃນຈຸດເວລານີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ.
ການນຳ VOV ຕ້ອນຮັບສະໂມສອນທ່ານຜູ້ຟັງວິທະຍຸ Borneo, ອິນໂດເນເຊຍ - ảnh 1(ການນຳ VOV ຕ້ອນຮັບສະໂມສອນທ່ານຜູ້ຟັງວິທະຍຸ Borneo)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເຈິ່ນມິງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ໄດ້ຕ້ອນຮັບຄະນະທ່ານຜູ້ຟັງ ອິນໂດເນເຊຍ ຂຶ້ນກັບສະໂມສອນທ່ານຜູ້ຟັງວິທະຍຸ Borneo (Borneo Listeners Club) ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ VOV. ການຢ້ຽມຢາມຂອງຄະນະຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງ VOV (30 ມິຖຸນາ 1966 – 30 ມິຖຸນາ 2024).

ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ເຈິ່ນມິງຮຸ່ງ ຕີລາຄາວ່າ, ການຢ້ຽມຢາມຂອງຄະນະທ່ານຜູ້ຟັງວິທະຍຸ ອິນໂດເນເຊຍ ໃນຈຸດເວລານີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ. ທ່ານ ເຈິ່ນມິງຮຸ່ງ, ເນັ້ນໜັກວ່າ:

“VOV ມີຄວາມເອກອ້າງທະນົງໃຈເມື່ອໄດ້ອອກອາກາດລາຍການພາກພາສາ ອິນໂດເນເຊຍ ກ່ອນນີ້ເກືອບ 60 ປີ ແລະ ໄດ້ຮັບການຕ້ອນຮັບຢ່າງສຸດອົດສຸດໃຈຂອງບັນດາເພື່ອນຜູ້ຟັງ ອິນໂດເນເຊຍ. ແຕ່ລະປີ, ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງ VOV ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງເກືອບ 1.000 ສະບັບ. ສິ່ງດັ່ງກ່າວເປັນການຕໍ່ກຳລັງແຮງໃຫ້ບັນດານັກຂ່າວ, ບັນນາທິການຂອງພວກຂ້າພະເຈົ້າ ໃນການສືບຕໍ່ລົງທຶນ, ປັບປຸງ, ຍົກສູງຄຸນນະພາບຂອງລາຍການຫຼາຍກວ່າອີກ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ ອິນໂດເນເຊຍ ໃຫ້ນັ້ບມື້ນັບດີກວ່າ”.

ເມື່ອແນະນຳກ່ຽວກັບສະໂມສອນທ່ານຜູ້ຟັງວິທະຍຸ Borneo, ທ່ານ Rudy Hartono, ຫົວໜ້າສະໂມສອນ ໃຫ້ຮູ້ວ່າ, ສະໂມສອນໄດ້ສ້າງຕັ້ງຂຶ້ນກ່ອນນີ້ 14 ປີ, ມີສະມາຊິກປະມານ 4.000 ຄົນ. ການຢ້ຽມຢາມຂອງສະມາຊິກສະໂມສອນ 19 ຄົນຄັ້ງນີ້ແມ່ນເພື່ອຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທ່ານຜູ້ຟັງ ແລະ ບັນດາໂຄສົກຂອງລາຍການ, ຮັດແໜ້ນການພົບປະແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ ແລະ ອິນໂດເນເຊຍ.

ການນຳ VOV ຕ້ອນຮັບສະໂມສອນທ່ານຜູ້ຟັງວິທະຍຸ Borneo, ອິນໂດເນເຊຍ - ảnh 2(ທ່ານນາງ ຟໍເກິມຮວາ, ມອບລາງວັນນພິເສດໃຫ້ທ່ານຜູ້ຟັງ)

ເນື່ອງໃນໂອກາດນີ້, ທ່ານນາງ ຟໍເກິມຮວາ, ຫົວໜ້າພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ໄດ້ມອບລາງວັນພິເສດໃຫ້ທ່ານຜູ້ຟັງທີ່ຍາດໄດ້ໃນການແຂ່ງຂັນ “ສະເຫຼີມສະຫຼອງ 10 ປີຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ” ໂດຍ VOV5 ຈັດຂຶ້ນໃນທ້າຍປີ 2023.

ຕອບກັບ