ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ໂກລົມເບຍ Miguel Angel Rodriguez Melo (ພາບ: VOV) |
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂກລົມເບຍ Miguel Angel Rodriguez Melo, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດຂອງ ໂກລົມເບຍ ຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢູ່ ໂກລົມເບຍ ຢ່າງແຮງ. ໂດຍສັງເກດເຫັນວ່າສອງປະເທດຍັງມີກຳລັງບົ່ມຊ້ອນຮ່ວມມື, ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສືບຕໍ່ສ້າງສະພາບແວດລ້ອມດຳເນີນທຸລະກິດ ແລະ ລົງທຶນຢ່າງສະດວກ ເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງ ປະຊາຄົມວິສາຫະກິດ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 1 ຕື້ USD ໃນໄລຍະຈະມາເຖິງ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ປານາມາ Eligio Alberto Salas (ພາບ: VOV) |
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ປານາມາ Eligio Alberto Salas, ທ່ານປະທານປະເທດ ໂຕເລິມ ເນັ້ນໜັ້ກວ່າ ຫວຽດນາມ ປາດຖະໜາຢາກພັດທະນາ ແລະ ຍົກສູງປະສິດທິຜົນການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ທັງດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ການເດີນເຮືອ, ການເງິນການທະນາຄານ, ການພົວພັນແລກປ່ຽນປະຊາຊົນ. ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອແລ້ວ, ທ່ານປະທານປະເທດ ກໍສະເໜີໃຫ້ສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ກິລາ, ການພົວພັນແລກປ່ຽນປະຊາຊົນ ອີກດ້ວຍ.