ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ

Chia sẻ
(VOVWORLD) - ລາຍການແມ່ນເພື່ອແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງຄວາມຮັກ, ການສົມລົດ ແລະ ຄອບຄົວ.
ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ - ảnh 1ຄະນະຊີ້ນຳການສ້າງຊີວິດວັດທະນະທຳແຂວງ ດົ່ງທາບ ຈັດພິທີຍ້ອງຍໍຊົມເຊີຍ 150 ຄອບຄົວດີເດັ່ນປີ 2024
(ພາບ: TTXVN)

ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ 28 ມິຖຸນາ, ໃນວັນທີ 28 ມິຖຸນາ, ຢູ່ບັນດາທ້ອງຖິ່ນໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອເຊີດຊູຄອບຄົວດີເດັ່ນ, ການແຂ່ງຂັນຊອກຮູ້ຄວາມຮູ້, ການປະພຶດ, ວັດທະນະທຳ ແລະ ຄວາມສະເໝີພາບລະຫວ່າງຍິງ -ຊາຍໃນຄອບຄົວ.

ຢູ່ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ຈັດການແນະນຳລາຍການສ້າງຄອບຄົວໄວໜຸ່ມມີຄວາມຜາສຸກ ແລະ ວັນບຸນຄອບຄົວໄວໜຸ່ມຜາສຸກປີ 2024, ດ້ວຍຫົວຂໍ້ “ຢູ່ຄຽງຂ້າງກັນ, ເຮົາເປັນຄອບຄົວ”. ລາຍການແມ່ນເພື່ອແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງຄວາມຮັກ, ການສົມລົດ ແລະ ຄອບຄົວ. ລາຍການລວມມີ, ບັ້ນໂຄສະນາການສ້າງຄອບຄົວໄວໜຸ່ມມີຄວາມຜາສຸກ ແລະ ວັນບຸນ “ຄອບຄົວໄວໜຸ່ມຜາສຸກ” ສຶກສາກ່ຽວກັບການຮັກສາຄວາມຜາສຸກໃນຄອບຄົວ.

ຢູ່ແຂວງ ບັກກ້ານ, ແຕ່ວັນທີ 27 – 28 ມິຖຸນາ, ສະຫະພັນແມ່ຍິງແຂວງ ບັກກ້ານ ໄດ້ຈັດງານມະໂຫລານ “ວັນບຸນຄອບຄົວ ຫວຽດນາມ” ດ້ວຍຫົວຂໍ້ “ຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ການປະພຶດທີ່ດີງາມ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ” ປີ 2024. ງານມະໂຫລານເພື່ອແນໃສ່ຂົນຂວາຍສະມາຊິກ, ແມ່ຍິງສ້າງຄອບຄົວໂດຍມີຄວາມຜາສຸກ, ຍ້ອງຍໍບັນດາຄອບຄົວດີເດັ່ນໃນການສ້າງຄອບຄົວມີຄວາມຜາສຸກ.

ສ່ວນຢູ່ແຂງ ດົ່ງທາບ, ຄະນະຊີ້ນຳການສ້າງຊີວິດວັດທະນະທຳແຂວງ ໄດ້ຈັດພິທີຍ້ອງຍໍຊົມເຊີຍ 150 ຄອບຄົວດີເດັ່ນປີ 2024, ທີ່ຕາງໜ້າໃຫ້ 400.000 ຄອບຄົວໃນບໍລິເວນແຂວງ. ນີ້ແມ່ນບັນດາຄອບຄົວວັດທະນະທຳ, ຄອບຄົວຮ່ຳຮຽນ, ຄອບຄົວຜູ້ອາຍຸສູງທີ່ເປັນແບບຢ່າງໃຫ້ແກ່ລຸ້ນລູກ, ລຸ້ນຫຼານຮ່ຳຮຽນຕາມ; ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳ… ຜ່ານນັ້ນ, ກໍ່ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ຕອບກັບ