ກອງ​ປະ​ຊຸມ​ສັນ​ຕິ​ພາບ ສຳ​ລັບ ຢູ​ແກຼນ: ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ ລັດ​ເຊຍ ໃນ​ການ​ເຈ​ລະ​ຈາ ສັນ​ຕິ​ພາບ

Chia sẻ
(VOVWORLD) - ກອງປະຊຸມສຸດຍອດກ່ຽວກັບສັນຕິພາບສຳລັບ ຢູແກຼນ ໄດ້ເລີ່ມປະຊຸມມື້ທໍາອິດໃນວັນທີ 15 ມິຖຸນາ, ຢູ່ເຂດຕາກອາກາດ Burgenstock, ສະວິດ. ພາຍຫຼັງກອງປະຊຸມຖະແຫຼງຂ່າວ ທີ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຢູແກູນ Volodymyr Zelensky, ຄະນະຜູ້ແທນບັນດາປະເທດຈະກ້າວເຂົ້າສູ່ວາລະປຶກສາຫາລືລວມ ແລະ ການພົບປະຕ່າງໆຢູ່ນອກກອງປະຊຸມ.
ກອງ​ປະ​ຊຸມ​ສັນ​ຕິ​ພາບ ສຳ​ລັບ ຢູ​ແກຼນ: ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ ລັດ​ເຊຍ ໃນ​ການ​ເຈ​ລະ​ຈາ ສັນ​ຕິ​ພາບ - ảnh 1ທ່ານນາງປະທານາທິບໍດີ ສະວິດ Viola Amherd ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: TTXVN)

ກ່າວຄໍາເຫັນຢູ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊະອຸດິ, Faisal bin Farhan Al Saud, ຖືວ່າ ເພື່ອແກ້ໄຂສະພາບການຢູ່ ຢູແກຼນ, ຕ້ອງປະຕິບັດທຸກຄວາມມານະພະຍາຍາມເພື່ອແນໃສ່ປົວແປງການເຈລະຈາລະຫວ່າງ ກີແອັບ ແລະ ມົດສະກູ.

        ຕາມທ່ານລັດຖະມົນຕີການຕ່າງປະເທດ Al Saud, ບໍ່ວ່າການເຈລະຈາໃດໆແນໃສ່ບັນລຸໄດ້ສັນຕິພາບໃຫ້ແກ່ ຢູແກຼນ ກໍລ້ວນແຕ່ຕ້ອງມີການເຂົ້າຮ່ວມຂອງ ລັດເຊຍ.

        ສ່ວນທ່ານປະທານຄະນະກຳມະການເອີຣົບ (EC), Charles Michel, ໃຫ້ຂໍ້ສັງເກດວ່າ ສັນຕິພາບ ຈະບັນລຸໄດ້ໂດຍຜ່ານການເຈລະຈາ. ດັ່ງນັ້ນ, ກີແອັບ ຕ້ອງຕັດສິນເອງວ່າ ເມື່ອໃດທີ່ເຂົາເຈົ້າພ້ອມປະຕິບັດວຽກງານດັ່ງກ່າວ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan  ຕີລາຄາວ່າ ບັນດາເງື່ອນໄຂ ເຊິ່ງ ລັດເຊຍ ໄດ້ຍົກອອກມາ ແນໃສ່ແກ້ໄຂການປະທະກັນນັ້ນ ແມ່ນບັນດາບາດກ້າວສຳຄັນ ນຳມາເຊິ່ງຄວາມຫວັງ, ໃນນັ້ນ ມີການພັດທະນາຍຸດທະສາດຮອບດ້ານ  ລວມມີບາດກ້າວທາງການທູດ. /.

ຕອບກັບ