ຫວຽດ​ນາມ​​ເຊີ​ດ​ຊູ​ລັດ​ທິຫຼາຍ​ຝ່າຍ, ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ແຕ່​ລະ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນກຳລັງໜູນຫຼັກໃຫ້ແກ່ການພັດທະນາແບບຍືນຍົງ ຂອງແຕ່ລະປະເທດ ແມ່ນວິທີການແກ້ໄຂຂອງບັນຫາ ທັງມີການເຕີບໂຕໂດຍໄວ ແລະ ຍືນຍົງ
ຫວຽດ​ນາມ​​ເຊີ​ດ​ຊູ​ລັດ​ທິຫຼາຍ​ຝ່າຍ, ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ແຕ່​ລະ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ 

ໃນໂຄງການເຄື່ອນໄຫວຢູ່ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກວ້າງ ຢູ່ Hiroshima (ຍີ່ປຸ່ນ), ຕອນບ່າຍວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ “ມານະພະຍາຍາມເພື່ອໂລກຍືນຍົງ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງສານພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນປ່ອຍອາຍພິດ ແລະ ຫັນປ່ຽນພະລັງງານພຽງແຕ່ປະສົບຜົນສຳເລັດຜ່ານວິທີການສຳຜັດທົ່ວໂລກ, ທົ່ວປວງຊົນ, ເຊີດຊູລັດທິຫຼາຍຝ່າຍ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດ ແລະ ການຮ່ວມມືສາກົນຢ່າງເລິກເຊິ່ງກວ້າງຂວາງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນກຳລັງໜູນຫຼັກໃຫ້ແກ່ການພັດທະນາແບບຍືນຍົງ ຂອງແຕ່ລະປະເທດ, ແມ່ນວິທີການແກ້ໄຂຂອງບັນຫາ ທັງມີການເຕີບໂຕໂດຍໄວ ແລະ ຍືນຍົງ, ສະເໜີໃຫ້ບັນດາປະເທດ G7 ແລະ ບັນດາອົງການຈັດຕັ້ງສາກົນ ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາກ່ຽວກັບການຫັນປ່ຽນເຕັກໂນໂລຢີ, ຍົກສູງຄວາມສາມາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ວິທີການບໍລິຫານ, ສ້າງລະບົບນິເວດແຫ່ງການພັດທະນາພະລັງງານສະອາດ.

ຕອບກັບ