ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ກ່າວຄຳເຫັນທີ່ພິທີ (ພາບ: nghean.gov.vn) |
ເຂົ້າຮ່ວມພິທີ ມີທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ຜູ້ຕາງໜ້າການນຳ 9 ແຂວງ ມີຊາຍແດນຕິດກັບ ລາວ.
ທີ່ພິທີໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີປ ເລແທັ່ງລອງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ຊີ້ນຳນຳພາ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໜ້າໃນການປະຕິບັດວຽກງານປ້ອງກັນ, ຕ້ານຢາເສບຕິດຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ; ຜັນຂະຫຍາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດປີ 2021 ແລະ ເອກະສານສະບັບຕ່າງໆທີ່ໄດ້ປະກາດໃຊ້ໃຫ້ມີປະສິດທິຜົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບວິທີປ້ອງກັນ, ຕ້ານຢາເສບຕິດຕາມທິດຫຼາຍຮູບຫຼາຍແບບທັງດ້ານເນື້ອໃນ ແລະ ຮູບແບບ ເພື່ອຍົກສູງກຳລັງ “ຕ້ານທານ” ຂອງທົ່ວສັງຄົມສຳລັບວິນາດສະກຳຢາເສບຕິດ ເທື່ອລະກ້າວ.