ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ຈະບັນລຸ 54 ຕື້ USD ໃນປີ 2024

Chia sẻ
(VOVWORLD) - ກະສິກຳພວມຮັກສາທ່າເຕີບໂຕສູງພໍສົມຄວນ, ຢືນຢັນບົດບາດເປັນເສົ້າຄ້ຳຂອງພື້ນຖານເສດຖະກິດ; ສະມັດຕະພາບ, ປະລິມານຜະລິດຕະພັນຫຼັກແຫຼ່ງຫຼາຍຢ່າງໄດ້ເພີ່ມຂຶ້ນ
ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ຈະບັນລຸ 54 ຕື້ USD ໃນປີ 2024 - ảnh 1(ການປະຊຸມຂ່າວປະຈຳ ໄຕມາດທີ 2 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ)

        ດ້ວຍໝາກຜົນທີ່ບັນລຸໄດ້ໃນໄລຍະ 6 ເດືອນຜ່ານມາ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງທົ່ວຂະແໜງກະສິກຳໃນປີນີ້ ຈະບັນລຸ 54 ຕື້ USD. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ທີ່ການປະຊຸມຂ່າວປະຈຳ ໄຕມາດທີ 2 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ທີ່ຈັດຂຶ້ນໃນວັນທີ 28 ມິຖຸນາ, ຢູ່ ຮ່າໂນ້ຍ.

        ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ ໃຫ້ຮູ້ວ່າ, ກະສິກຳພວມຮັກສາທ່າເຕີບໂຕສູງພໍສົມຄວນ, ຢືນຢັນບົດບາດເປັນເສົ້າຄ້ຳຂອງພື້ນຖານເສດຖະກິດ; ສະມັດຕະພາບ, ປະລິມານຜະລິດຕະພັນຫຼັກແຫຼ່ງຫຼາຍຢ່າງໄດ້ເພີ່ມຂຶ້ນ, ຮັບປະກັນແຫຼ່ງສະໜອງທັນຍາຫານ, ສະບຽງອາຫານ, ສິນຄ້າທີ່ຈຳເປັນ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ GDP ຂອງທົ່ວປະເທດ.

        ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃນໄລຍະ 6 ເດືອນຕົ້ນປີບັນລຸ 29,2 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນຂະນະນັ້ນ, ຍອດວົງເງິນນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸປະມານ 20,92 ຕື້ USD. ສະນັ້ນ, ສ່ວນເກີນການຄ້າທົ່ວຂະແໜງແມ່ນປະມານ 8,28 ຕື້ USD. ກ່ຽວກັບຕະຫຼາດສົ່ງອອກ, ອາເມລິກາ, ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດສົ່ງອອກບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃຫຍ່ທີ່ສຸດຂອງ ຫວຽດນາມ.

ຕອບກັບ