ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ WEF ຕ​ະຫຼຽນ 2024 ແລະ ເຮັດ​ວຽກ​ຢູ່ ຈີນ

Chia sẻ
(VOVWORLD) - ຕອນບ່າຍວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 15  ຂອງເວທີປາໄສເສດຖະກິດໂລກ ຈັດຂຶ້ນຢູ່ ຕະຫຼຽນ (ກອງປະຊຸມ WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ ນັບແຕ່ວັນທີ 24 – 27 ມິຖຸນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ທ່ານ Klaus Schwab ຜູ້ກໍ່ຕັ້ງທັງເປັນປະທານຝ່າຍບໍລິຫານ WEF ຢ່າງຈົບງາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ WEF ຕ​ະຫຼຽນ 2024 ແລະ ເຮັດ​ວຽກ​ຢູ່ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງກັບເມືອຮ່າໂນ້ຍ (ພາບ: TTXVN)

ໃນກອງປະຊຸມ WEF ຕະຫຼຽນ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາວາລະປຶກສາຫາລື ແລະ ເຮັດວຽກ; ພ້ອມກັບຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF Klaus Schwab ເປັນປະທານວາລະສົນທະນາກັບການນຳບັນດາກຸ່ມບໍລິສັດຂອງ WEF, ປະທານກອງປະຊຸມໂອ້ລົມສົນທະນາກັບວິສາຫະກິດນະວັດຕະກຳຂອງ WEF. ນອກຈາກນັ້ນ ຍັງມີການເຄື່ອນໄຫວສອງຝ່າຍກັບຈີນ ອີກດ້ວຍ.

        ການເດີນທາງໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຄຳສັ່ງເລກທີ 25 ຂອງຄະນະເລຂາສູນກາງ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030 ຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ສ້າງປະຊາຄົມພ້ອມກັນແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ ແລະ ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ WEF ເລິກເຊິ່ງກວ່າອີກ.

ຕອບກັບ