ຜະ​ລິດ​ຕະ​ພັນ OCOP ໝາກ​ມ່ວງ​ອົບ​​ເຊີນ​ລາ

Chia sẻ
(VOVWORLD) - ເຊີນລາ ແມ່ນເຂດປູກຕົ້ນໄມ້ກິນໝາກໃຫຍ່ອັນດັບ 2 ຂອງ ຫວຽດນາມ, ດ້ວຍເນື້ອທີກວ່າ 82.800 ເຮັກຕາ, ໃນນັ້ນ, ເນື້ອທີ່ປູກໝາກມ່ວງກວມເອົາກວ່າ 19.900 ເຮັກຕາ, ສະມັດຕະພາບຄາດວ່າບັນລຸກວ່າ 70.000 ໂຕນ, ສ່ວນຫຼາຍແມ່ນຢູ່ເມືອງ ມາຍເຊີນ, ອຽນເຈົາ, ເມື່ອງລາ, ຊົງໝາ, ທ້ວນເຈົາ.
ຜະ​ລິດ​ຕະ​ພັນ OCOP ໝາກ​ມ່ວງ​ອົບ​​ເຊີນ​ລາ - ảnh 1ວັນບຸນໝາກມ່ວງ ອຽນເຈົາ (ພາບ: VOV)

ເພື່ອຍົກສູງມູນຄ່າໝາກມ່ວງເຊີນລາ, ບັນດາເມືອງ, ນະຄອນ, ບັນດາຫົວໜ່ວຍໄດ້ລົງທຶນເຄື່ອງອົບເພື່ອປຸງແຕ່ງໝາກໄມ້. ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ທັນສະໄໝປຸງແຕ່ງ, ພ້ອມກັບການໜູນຊ່ວຍຍີ່ຫໍ້, ຫຸ້ມຫໍ່, ປັດຈຸບັນ, ຜະລິດຕະພັນໝາກມ່ວງອົບຂອງ ເຊີນລາ ໄດ້ຮັບຄວາມນິຍົມຊົມເຊີຍຈາກລູກຄ້າ, ຕີລາຄາສູງກ່ຽວກັບຄຸນນະພາບ, ການຫຸ້ມຫໍ່ງາມຕາ ແລະ ບັນດາຈຸດດີຄື: ບໍ່ນຳໃຊ້ສານກັນບູດ, ໝາກມ່ວງອົບຍັງຮັກສາໄດ້ສີສັນ ແລະ ສານອາຫານໄວ້ເໝືອນເດີມ, ໃຫ້ກິ່ນຫອມ, ໜຽວ ແລະ ມີລົດຫວານພໍດີກິນ. ປະຕິບັດໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” (OCOP), ຜະລິດຕະພັນໝາກມ່ວງອົບໄດ້ຮັບໃບຢັ້ງຢືນວ່າເປັນຜະລິດຕະພັນ OCOP 3 ດາວ ຂັ້ນແຂວງ. ມາຮອດປັດຈຸບັນ, ຜະລິດຕະພັນໝາກມ່ວງອົບໄດ້ຮັບການຈຳໜ່າຍຢູ່ບັນດາແຂວງ, ສະຖານທີ່ທ່ອງທ່ຽວໃນທົ່ວປະເທດ, ລາຍໄດ້ເພີ່ມຂຶ້ນຕາມແຕ່ລະປີ ແຕ່ 25 – 30%.

ຕອບກັບ