ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ໝູ່​ບ້າ​ນ​ເກົ່າ​ແກ່ ເດື່ອງ​ເລິມ

Chia sẻ
(VOVWORLD) -   ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ, ຕອນເຊົ້າວັນທີ 27 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ພົບປະກັບປະຊາຊົນຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ, ເທດສະບານເຊິນເຕີຍ, ຮ່າໂນ້ຍ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ໝູ່​ບ້າ​ນ​ເກົ່າ​ແກ່ ເດື່ອງ​ເລິມ - ảnh 1 ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມ, ພົບປະກັບປະຊາຊົນຢູ່ໝູ່ບ້ານເກົ່າແກ່ ເດື່ອງເລິມ, ເທດສະບານເຊິນເຕີຍ (ພາບ: VOV)

        ເມື່ອໂອ້ລົມກັບປະຊາຊົນຢູ່ສາລາບ້ານເດື່ອງເລິມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ວັນຄອບຄົວ ຫວຽດນາມ ແມ່ນໂອກາດທີ່ມີຄວາມໝາຍແນໃສ່ເຊີດຊູບັນດາຄຸນຄ່າຂອງຄອບຄົວ, ເພື່ອໃຫ້ລູກ, ຫຼານອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່ ແລະ ຍາດຕິພີ່ນ້ອງ, ເພີ່ມພູນນ້ຳໃຈຄວາມຮັກແພງອັນດີງາມ, ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນລ້ຳຄ່າຂອງບ້ານເກີດເມືອງນອນ, ປະເທດຊາດ. ທ່ານປະທານປະເທດ ໂຕເລິມ ຖືວ່າ:

        “ລຸ້ນພໍ່ລຸ້ນອ້າຍ, ບັນພະບຸລຸດ ໄດ້ຮັກສາບັນດາມໍລະດົກ, ມູນເຊື້ອອັນລ້ຳຄ່າໄວ້ໃຫ້ພວກເຮົາ. ພວກເຮົາເປັນຄົນລຸ້ນຫຼັງ, ຕ້ອງມີຄວາມຮັບຜິດຊອບໃນການຮັກສາ, ອະນຸລັກຮີດຄອງປະເພນີ, ວິຖີຊີວິດຂອງແຕ່ລະຄອບຄົວ… ຄອບຄົວໃດກໍອົບອຸ່ນ, ຢູ່ເຢັນເປັນສຸກ, ທັງໝູ່ບ້ານກໍຈະສະຫງົບສຸກ ແລະ ທົ່ວສັງຄົມກໍຈະພັດທະນາ”.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ໄປຖະຫວາຍທູບທຽນຢູ່ຫໍບູຊາ ໂບກາຍ ກະສັດ ຟຸ່ງຮຶງ ແລະ ໂງກວຽນ, ກໍຄື ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ສອງຄອບຄົວຕົວແບບຂອງຕາແສງ ເດື່ອງເລິມ.


ຕອບກັບ