ຫວຽດນາມ ຢືນຢັນບົດບາດຢູ່ແຖວໜ້າຂອງ ສປຊ ໃນເລື່ອງສະກັດກັ້ນການປະທະກັນ ແລະ ແກ້ໄຂການຂັດແຍ້ງ

Chia sẻ
(VOVWORLD) - ວັນທີ 29 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ການໄກ່ເກ່ຍ ແລະ ແກ້ໄຂການຂັດແຍ້ງໂດຍສັນຕິວິທີ”.
ຫວຽດນາມ ຢືນຢັນບົດບາດຢູ່ແຖວໜ້າຂອງ ສປຊ ໃນເລື່ອງສະກັດກັ້ນການປະທະກັນ ແລະ ແກ້ໄຂການຂັດແຍ້ງ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ (ພາບ: TTXVN)

ນະທີ່ນີ້, ຜູ້ຕາງໜ້າທີ່ມາຈາກບັນດາປະເທດ ລ້ວນແຕ່ສະໜັບສະໜູນເລື່ອງແກ້ໄຂການປະທະກັນ ແລະ ການຂັດແຍ້ງດ້ວຍໂດຍສັນຕິວິທີ ອີງໃສ່ພາກທີ 6 ຂອງກົດບັດສະຫະປະຊາຊາດ; ຊົມເຊີຍຄວາມມານະພະຍາຍາມເປັນຄົນກາງໄກ່ເກ່ຍຂອງສະຫະປະຊາຊາດ ທີ່ບັນລຸໄດ້ບາດກ້າວຢ່າງຕັ້ງໜ້າໃນໄລຍະຜ່ານມາ; ຢືນຢັນບົດບາດສຳຄັນຂອງບັນດາອົງການຈັດຕັ້ງພາກພື້ນ, ອະນຸພາກພື້ນ ແລະ ການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການໄກ່ເກ່ຍ, ເລືອກຕັ້ງ, ກໍ່ສ້າງ ແລະ ຮັກສາສັນຕິພາບໄວ້ຢ່າງໝັ້ນຄົງ.

        ເຂົ້າຮ່ວມກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢືນຢັນເຖິງບົດບາດຢູ່ແຖວໜ້າຂອງສະຫະປະຊາຊາດ ໃນເລື່ອງສະກັດກັ້ນການປະທະກັນ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີຄືຂໍ້ກຳນົດທີ່ລະບຸໄວ້ໃນມາດຕາ 33 ຂອງກົດບັດ ສະຫະປະຊາຊາດ ແລະ ໜູນຊ່ວຍບັນດາປະເທດແກ້ໄຂຜົນຮ້າຍຈາກການປະທະກັນ.


ຕອບກັບ