ຫວຽດ​ນາມ ຖື ເປັນ​ສຳ​ຄັນ​ ​ບົດ​ບາດ​ຂອງ EU - ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU ໃນໄລຍະຜ່ານມາ.
ຫວຽດ​ນາມ ຖື ເປັນ​ສຳ​ຄັນ​ ​ບົດ​ບາດ​ຂອງ EU - ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານ ເອີລົບ (EC) Frans Timmermans (ພາບ: TTXVN)

ຕອນບ່າຍວັນທີ 18 ກຸມພາ, ຢູ່ຫ້ອງວ່າການລັດຖະບານ, ທີ່ການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານ ເອີລົບ (EC) Frans Timmermans ພວມມີການຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ບົບບາດຂອງ ສະຫະພາບ ເອີລົບ EU ໂດຍແມ່ນໜຶ່່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດໃນນະໂຍບາຍພົວພັນຕ່າງປະເທດ ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - EU ໃນໄລຍະຜ່ານມາ. ໃນປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຈັດກອງປະຊຸມໂດຍກົງ ກ່ຽວກັບກົນໄກຮ່ວມມື - ຄູເຈລະຈາ; EU ສ້າງເງື່ອນໄຂສະດວກໃຫ້ສິນຄ້າ ຫວຽດນາມ ໄດ້ແຊກຊືມຕະຫຼາດເອີລົບ; ພິຈາລະນາການຍົກເລີກບັດເຫຼືອງ ກ່ຽວກັບສິນໃນນ້ຳຂອງ ຫວຽດນາມ; ສະໜັບສະໜູນການຊຸກຍູ້ບັນດາປະເທດສະມາຊິກ EU ສຳເລັດການໃຫ້ສັດຕະຍາບັນເພື່ອໃຫ້ ສັນຍາອາລັກຂາການລົງທຶນຫວຽດນາມ - EU (EVIPA) ມີຜົນສັກສິດໂດຍໄວ.

ສ່ວນທ່ານ Frans Timmermans ກໍ່ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ ສົນທິສັນຍາແມ່ຂອງ ສປຊ ຄັ້ງທີ 26 (COP26); ທ່ານຢັ້ງຢືນວ່າ EU ພ້ອມກັບບັນດາປະເທດ ສະມາຊິກ ຢາກຮ່ວມເດີນທາງພ້ອມກັບ ຫວຽດນາມໃນວິວັດການພັດທະນາແບບຍືນຍົງ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍດ້ານເຕັກນິກ ແລະ ລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືພາກລັດ ແລະ ເອກະຊົນ, ຊ່ວຍຫວຽດນາມ ຜັນຂະຫຍາຍ ຄຳໝັ້ນສັນຍາຢູ່ COP26 ໃຫ້ປະສົບຜົນສຳເລັດ.

ຕອບກັບ