ສະ​ເໜີ​ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ກ່ຽວ​ກັບ​ວັດ​ທະ​ນະ​ທຳ

Chia sẻ
(VOVWORLD) - ປຶ້ມດັ່ງກ່າວມີ 92 ບົດຂຽນ, ບົດກ່າວປາໄສ, ບົດໂອ້ລົມ, ຈົດຄືນ, ບົດຕອບສຳພາດ, ຈົດໝາຍ…. ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ.
ສະ​ເໜີ​ປຶ້ມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ກ່ຽວ​ກັບ​ວັດ​ທະ​ນະ​ທຳ - ảnh 1(ພາບ: VGP/Nguyễn Hoàng)

    ຕອນບ່າຍວັນທີ 21 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ, ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ໄດ້ສົມທົບກັນຈັດພິທີສະເໜີປຶ້ມ “ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ” ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຊື່ງໄດ້ຜັນຂະຫຍາຍແຕ່ເດືອນມີນາປີ 2023 ແລະ ສະເໜີກົງກັບໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 - 21/06/2024).

    ປຶ້ມດັ່ງກ່າວມີ 92 ບົດຂຽນ, ບົດກ່າວປາໄສ, ບົດໂອ້ລົມ, ຈົດຄືນ, ບົດຕອບສຳພາດ, ຈົດໝາຍ…. ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ໃນນັ້ນ ມີບົດຂຽນເມື່ອປີ 1968. ເນື້ອໃນບັນດາບົດຂຽນ, ບົດປະກອບຄຳເຫັນສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຕໍ່ການສ້າງ, ຮັກສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ມີຕໍ່ບັນດາປັດໄຈມູນເຊື້ອ, ມະນຸດ ຫວຽດນາມ ໃນພາລະກິດສ້າງສາ, ພັດທະນາປະເທດຊາດແຫ່ງວັດທະນາຖາວອນ, ຜາສຸກ.

  ໃນປຶ້ມກໍ່ຍັງມີຮູບພາບເອກະສານທີ່ມີຄ່າກ່ວາ 90 ແຜ່ນກ່ຽວກັບບັນດາຮູບພາບຂອງ ຂອງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໃນບັນດາການເຄື່ອນໄຫວວັດທະນະທຳ. ການໄປຢ້ຽມຢາມ, ເຮັດວຽກຄັ້ງຕ່າງໆກັບບັນດາທອ້ງຖິ່ນ, ອົງການ ຫົວໜ່ວຍໃນຂະແໜງວັດທະນະທຳ; ການພົບປະກັບນັກສິລະປິນ, ປັນຍາຊົນໃນທຸກເຂດພາກຂອງປະເທດຊາດ.

ຕອບກັບ