ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິກ່າວປະນາມ ອິດສະລາແອັນ ນຳໃຊ້ກຳລັງອາວຸດຕໍ່ຊາວ ປາແລັດສະຕິນ

Chia sẻ
(VOVWORLD) - ວັນທີ 13 ມິຖຸນາ, ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິກ່າວປະນາມ ອິດສະລາແອັນເຂັ່ນຂ້າສາມັນຊົນ ປາແລັດສະຕິນ. 
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິກ່າວປະນາມ ອິດສະລາແອັນ ນຳໃຊ້ກຳລັງອາວຸດຕໍ່ຊາວ ປາແລັດສະຕິນ - ảnh 1 (ພາບປະກອບ EPA/TTXVN)

ມະຕິດັ່ງກ່າວ ໂດຍອານເຊຣີ, ຕວກກີ ແລະ ຊາວປາແລັດສະຕິນ ຍົກອອກມາ ໄດ້ຮັບບັດເຫັນດີ 120 ບັດ, ບັດຄ້ານ 8 ບັດ ແລະ ບັດຂາວ 45 ບັດ. ໃນຂະນະນັ້ນ ຮ່າງມະຕິສະບັບປັບປຸງຂອງ ອາເມລິກາ, ໃນນັ້ນ ໄດ້ກ່າວປະນາມຂະບວນການອິດສະລາມປະກອບອາວຸດ Hamas ຂອງ ປາແລັດສະຕີນ “ກໍ່ການໃຊ້ຄວາມຮຸນແຮງ” ລຽບຕາມຊາຍແດນເຂດ Gaza - ອິດສະລາແອັນ ນັ້ນແມ່ນ ບໍ່ສາມາດຍາດໄດ້ 2/3 ຈຳນວນບັດເຫັນດີທີ່ຈຳເປັນ ເພື່ອຮັບຮອງເອົາ.

        ມະຕິກ່າວປະນາມ ອິດສະລາແອັນ ນຳໃຊ້ກຳລັງອາວຸດຫລາຍດເກີນໄປ ແລະ ຈຳແນກການປະພຶດສຳລັບສາມັນຊົນ ປາແລັດສະຕິນ, ພ້ອມທັງ ຮຽກຮ້ອງໄດ້ມີບັນດາມາດຕະການປົກປ້ອງສຳລັບຊາວ ປາແລັດສະຕິນ ຢູ່ເຂດ Gaza ແລະ ຝັ່ງຕາເວັນຕົກທີ່ຖືກຢຶດຄອງຕື່ມອີກ.

 

ຕອບກັບ