ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລີ່ມ​ຕົ້ນການ​ເຮັດ​ວຽກ​ບັ້ນ​ທີ 2 ຂອງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7

Chia sẻ
(VOVWORLD) - ຕອນເຊົ້າວັນທີ 17 ມິຖຸນາ, ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບ “ແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນ ຢາເຫງັຍ (ແຂວງ ດັກນົງ) ຫາ ເຈິ່ນແທ່ງ (ແຂວງ ບິ່ງເຟຶອກ)”; ແລະ ປຶກສາຫາລືກ່ຽວກັບການດັດປັບນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ພູດອຍ, ໄລຍະ 2021 – 2030.
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລີ່ມ​ຕົ້ນການ​ເຮັດ​ວຽກ​ບັ້ນ​ທີ 2 ຂອງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 - ảnh 1ວາລະເຮັດວຽກມື້ທຳອິດຂອງບັ້ນເຮັດວຽກທີ 2 (ພາບ: quochoi.vn)

ເມື່ອປຶກສາຫາລືກ່ຽວກັບແຜນນະໂຍບາຍໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນຕົກ ຕອນ ຢາເຫງັຍ (ແຂວງ ດັກນົງ) ຫາ ເຈິນແທັ່ງ (ແຂວງ ບິ່ງເຟຶອກ), ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບໂດຍເຫັນວ່າ ຈຳເປັນຕ້ອງກໍ່ສ້າງໂຄງການນີ້, ຜ່ານນັ້ນ, ສ້າງຕາໜ່າງຄົມມະນາຄົມທາງດ່ວນໃຫ້ສົມບູນແບບເທື່ອລະກ້າວ, ເປີດສະພາບແວດລ້ອມພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ.

        ໃນວາລະເຮັດວຽກຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການດັດປັບແຜນນະໂຍບາຍໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄລຍະ 2021 – 2030. ທ່ານ ເຈືອງຊວັນກື່ ສະມາຊິກສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ, ຖືວ່າ:

        “ຂ້າພະເຈົ້າຖືວ່າ ທົ່ວປະເທດເຊື່ອມໂຍງສາກົນ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຕ້ອງພະຍາຍາມເຊື່ອມໂຍງເຂົ້າກັບຊາດ, ຕ້ອງເລີ່ມຈາກການສຶກສາ. ເມື່ອທຽບໃສ່ສະພາບການລວມຂອງທົ່ວໂລກ, ບັນດາໂຮງຮຽນກິນນອນຊົນເຜົ່າໃນປັດຈຸບັນ ແມ່ນດີພໍສົມຄວນ, ດັ່ງນັ້ນ, ຕ້ອງເຂົ້າສູ່ລວງເລິກ, ສະຫງວນແຫຼ່ງງົບປະມານລົງທຶນເພື່ອບຳລຸງສ້າງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ມີພອນສະຫວັນ, ຄວາມສາມາດ.”

         ກໍໃນວາລະປະຊຸມດັ່ງກ່າວ, ທ່ານລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫງວຽນວັນຖັງ ແລະ ທ່ານລັດຖະມົນຕີ, ປະທານຄະນະກຳມະການຊົນເຜົ່າ ເຮົ່າອາເລັ່ງ ໄດ້ອະພິປາຍ, ເຮັດແຈ້ງບາງບັນຫາໃນຂົງເຂດທີ່ຕົນຮັບຜິດຊອບ./.

ຕອບກັບ