ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນກຳລັງເຕັກນິກວີຊາການຕຳຫຼວດປະຊາຊົນ

Chia sẻ
(VOVWORLD) - ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍບັນດາວິລະກຳ, ຜົນງານ, ການປະກອບສ່ວນທີ່ມິດງຽບແຕ່ໃຫຍ່ ຫຼວງຂອງກຳລັງເຕັກນິກວິຊາການ ທີ່ບັນລຸໄດ້ໃນຕະຫຼອດໄລຍະ 70 ປີຜ່ານມາ.
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນກຳລັງເຕັກນິກວີຊາການຕຳຫຼວດປະຊາຊົນ - ảnh 1(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນກຳລັງເຕັກນິກວີຊາການຕຳຫຼວດປະຊາຊົນ (01 ກໍລະກົດ 1954 – 01 ກໍລະກົດ 2024) ແລະ ຮັບຫຼຽນໄຊວິລະກຳສູ້ຮົບຊັ້ນ 2. ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້.

        ເມື່ອປະດັບຫຼຽນໄຊວິລະກຳສູ້ຮົບຊັ້ນ 2  ໃຫ້ກົມເຕັກນິກວິຊາການຕຳຫຼວດປະຊາຊົນ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍບັນດາວິລະກຳ, ຜົນງານ, ການປະກອບສ່ວນທີ່ມິດງຽບແຕ່ໃຫຍ່ ຫຼວງຂອງກຳລັງເຕັກນິກວິຊາການ ທີ່ບັນລຸໄດ້ໃນຕະຫຼອດໄລຍະ 70 ປີຜ່ານມາ. ໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ, ໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມພວມປະສົບກັບສິ່ງທ້າທາຍໃໝ່ຫຼາຍຢ່າງນັ້ນ, ທ່ານປະທານປະເທດ ໂຕເລິມ ສະເໜີວ່າ:

        “ຈົ່ງສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງມາດຕະການດ້ານເຕັກນິກ, ວິຊາການໃນວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ພ້ອມກັນນັ້ນ, ກໍ່ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການຢ່າງໃກ້ຊິດ, ໃຫ້ຄຳປຶກສາບັນດາມາດຕະການແກ້ໄຂ, ປ້ອງກັນ, ສະກັດກັ້ນກົນອຸບາຍເຄື່ອນໄຫວທີ່ລະເມີດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໃນທຸກສະພາບການ.”

ຕອບກັບ