ນັກ​ຊ່ຽວ​ຊານ​ຈີນ: ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ຢູ່​ເວ​ທີ​ປາ​ໄສ Davos ລະ​ດູ​ແລ້ງ

Chia sẻ
(VOVWORLD) -  ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF)  Davos ລະດູແລ້ງ ສອງປີຢ່າງລຽນຕິດ ຢູ່ຈີນ ໄດ້ສະແດງໃຫ້ເຫັນ ບົດບາດສຳຄັນຂອງ ຫວຽດນາມ ຕໍ່ເວທີປາໄສນີ້
ນັກ​ຊ່ຽວ​ຊານ​ຈີນ: ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ຢູ່​ເວ​ທີ​ປາ​ໄສ Davos ລະ​ດູ​ແລ້ງ - ảnh 1ທ່ານ ຊູຍລີຜິງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ສວມບົດບາດສຳຄັນຢູ່ເວທີປາໄສ Davos ລະດູແລ້ງ ທີ່ພວມດຳເນີນຢູ່ນະຄອນ ຕະຫຼຽນ, ຈີນ,  ໃນລະຫວ່າງວັນທີ 25 – 27 ມິຖຸນາ, ພ້ອມທັງເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເວທີປາໄສສອງປີຢ່າງລຽນຕິດໄດ້ສະແດງໃຫ້ເຫັນການປະກອບສ່ວນ ແລະ ບົດບາດທີ່ບໍ່ສາມາດຂາດໄດ້ຂອງ ເສດຖະກິດ ຫວຽດນາມ ຕໍ່ການເຕີບໂຕຂອງເສດຖະກິດ ອາຊີ - ປາຊີຟິກ ແລະ ທົ່ວໂລກ. ນີ້ແມ່ນການຕີລາຄາຂອງທ່ານ ຊູຍລີຜິງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບ ສະຖາບັນວິທະຍາສາດສັງຄົມ ຈີນ, ໃນການຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ຢູ່ປັກກິ່ງ (ຈີນ), ໃນວັນທີ 26 ມິຖຸນາ. ຕາມທ່ານ ຊູຍລີຜິງ ແລ້ວ, ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF)  Davos ລະດູແລ້ງ ສອງປີຢ່າງລຽນຕິດ ຢູ່ຈີນ ໄດ້ສະແດງໃຫ້ເຫັນ ບົດບາດສຳຄັນຂອງ ຫວຽດນາມ ຕໍ່ເວທີປາໄສນີ້, ພ້ອມທັງກໍ່ສະແດງໃຫ້ເຫັນທີ່ຕັ້ງບູລິມະສິດພົ້ນເດັ່ນສຳລັບ ຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງຈີນ. ທ່ານໃຫ້ຮູ້ວ່າ:

ຂ້າພະເຈົ້າຖືວ່າ ສອງຈຸດນີ້ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນກ່ຽວກັບບົດບາດນຳພາທີ່ສຳຄັນທີ່ສຸດຂອງ ຫວຽດນາມ ໃນພື້ນຖານເສດຖະກິດໂລກ. ຍ້ອນວ່າພວກເຮົາລ້ວນແຕ່ຮູ້ວ່າ ນີ້ແມ່ນກອງປະຊຸມປະຈຳປີຂອງ ບັນດາຜູ້ນຳໜ້າ. ໃນແງ່ມູມໃດໜຶ່ງ ຫວຽດນາມ ກໍ່ສວມບົດບາດແມ່ນຜູ້ນຳໜ້າໃນການພັດທະນາຂອງພື້ນຖານເສດຖະກິດໂລກ.

ຕອບກັບ