ເປີດຕົວໂປຼແກຼມຄຸ້ມຄອງການແກ່ງແຍ້ງສາກົນທາງອິນເຕີເນັດ

Chia sẻ
(VOVWORLD) - ຫວຽດນາມ ພວມເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ 2 ຝ່າຍ ແລະ ຫຼາຍຝ່າຍ
ເປີດຕົວໂປຼແກຼມຄຸ້ມຄອງການແກ່ງແຍ້ງສາກົນທາງອິນເຕີເນັດ - ảnh 1(ພິທີເປີດຕົວໂປຼແກຼມຄຸ້ມຄອງການແກ່ງແຍ້ງທາງອິນເຕີເນັດ)

        ໂດຍນອນໃນບັນດາເຫດການ “ການຄ້າ ແລະ ການລົງທຶນຂ້າມຊາຍແດນ ໃນສະພາບເສດຖະກິດບໍ່ເປັນປົກກະຕິ: ການແກ່ງແຍ້ງ ແລະ ກຳມະການ”, ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ ຮ່າໂນ້ຍ, ສູນກຳມະການສາກົນ ຫວຽດນາມ (VIAC) ໄດ້ຈັດພິທີເປີດຕົວໂປຼແກຼມຄຸ້ມຄອງການແກ່ງແຍ້ງທາງອິນເຕີເນັດ.

        ທີ່ພິທີ, ບັນດາຜູ້ແທນຖືວ່າ, ຫວຽດນາມ ພວມເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ 2 ຝ່າຍ ແລະ ຫຼາຍຝ່າຍ, ບັນດາການແລກປ່ຽນການຄ້າ ແລະ ການແກ່ງແຍ້ງສາກົນກໍ່ເພີ່ມຂຶ້ນ ມີລັກສະນະສັບສົນກວ່າ ຍ້ອນມີຄວາມແຕກຕ່າງດ້ານລະບົບການເມືອງ, ກົດໝາຍ ແລະ ພາສາ. ສະນັ້ນ, ບັນດາວິສາຫະກິດ ຫວຽດນາມ ຕ້ອງມີການປະກອບ ແລະ ໜູນຊ່ວຍດ້ານນິຕິກຳໃຫ້ເປັນຢ່າງດີກວ່າ, ພິເສດແມ່ນໃນບັນດາການແລກປ່ຽນການຄ້າ ແລະ ການລົງທຶນໂດຍມີປັດໄຈຕ່າງປະເທດ. ທ່ານ ຫວູຕຽນໂລກ, ປະທານສູນກຳມະການສາກົນ ຫວຽດນາມ, ໃຫ້ຮູ້ວ່າ:

        “ເມື່ອສັງເກດຢ່າງເລິກເຊິ່ງກວ່າທາງດ້ານຈຸລະພາກ, ສັນຍາເອເລັກໂຕນິກ, ກໍຄືບັນດາສັນຍາທຳມະດາ, ຕ້ອງມີບັນດາປັດໄຈເພື່ອຮັບປະກັນປະຕິບັດການແລກປ່ຽນ. ໃນວິວັດການປະຕິບັດ, ຕ້ອງມີກົນໄກຮັບປະກັນໃຫ້ສັນຍາປະຕິບັດຢ່າງມີປະສິດທິຜົນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເລື່ອງປີດຕົວໂປຼແກຼມນີ້ ຈະແມ່ນກົນໄກຮັບປະກັນການປະຕິບັດສັນຍາໃຫ້ສອດຄ່ອງກັບບັນດາສັນຍາເອເລັກໂຕນິກ, ປະກອບສ່ວນເຂົ້າໃນເປົ້າໝາຍມຸ່ງໄປເຖິງເສດຖະກິດດີຈີຕອນຂອງປະເທດຊາດ”.

ຕອບກັບ