ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ) ຮັບປະກັນສິດຊົມໃຊ້ວັດທະນະທຳໃນສະພາບການໃໝ່

Chia sẻ
(VOVWORLD) - ຕ້ອງຈັດແບ່ງແຫຼ່ງທຶນພັດທະນາເພື່ອສົ່ງເສີມບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງບັນດານະຄອນທີ່ໄດ້ຮັບການເຊີດຊູແລ້ວ ແມ່ນສະມາຊິກຂອງເຄືອຂ່າຍຮ່ຳຮຽນປະດິດຄິດສ້າງທົ່ວໂລກ.
ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ) ຮັບປະກັນສິດຊົມໃຊ້ວັດທະນະທຳໃນສະພາບການໃໝ່ - ảnh 1ວາລະປະຊຸມຂອງຕອນເຊົ້າວັນທີ 26 ມິຖຸນາ
(ພາບ: quochoi.vn)

        ການເປັນກຳມະສິດ ແລະ ບັນດາສິດທີ່ກ່ຽວຂ້ອງເຖິງມໍລະດົກວັດທະນະທຳ; ບັນດານະໂຍບາຍພັດທະນາມໍລະດົກວັດທະນະທຳ; ເຂດປົກປັກຮັກສາຂອງຮ່ອງຮອຍມໍລະດົກ; ການຈັດແບ່ງຂັ້ນ, ສິດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ; ກອງທຶນອະນຸລັກຮັກສາມໍລະດົກວັດທະນະທຳ; ຫັນມໍລະດົກວັດທະນະທຳເປັນດີຈີຕອນ… ແມ່ນບັນດາເນື້ອໃນສຳຄັນໃນກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ) ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄຳເຫັນໃນວາລະປະຊຸມຂອງຕອນເຊົ້າວັນທີ 26 ມິຖຸນາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ໂດຍມີຄວາມສົນໃຈເຖິງການຈັດແບ່ງແຫຼ່ງທຶນພັດທະນາໃຫ້ແກ່ນະຄອນ, ເຊິ່ງ UNESCO ໄດ້ເຊີດຊູ, ຄື: ລາງວັນເຄືອຂ່າຍບັນດານະຄອນຮ່່ຳຮຽນທົ່ວໂລກ, ລາງວັນເຄື່ອຂາຍບັນດານະຄອນປະດິດຄິດສ້າງ… ທ່ານ ໂຕອາຍວາງ, ສະມາຊິກສະພາແຫ່ງຊາດແຂວງ ຊອັກຈັງ, ມີຄຳເຫັນວ່າ:

“ຕ້ອງຈັດແບ່ງແຫຼ່ງທຶນພັດທະນາເພື່ອສົ່ງເສີມບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງບັນດານະຄອນທີ່ໄດ້ຮັບການເຊີດຊູແລ້ວ ແມ່ນສະມາຊິກຂອງເຄືອຂ່າຍຮ່ຳຮຽນປະດິດຄິດສ້າງທົ່ວໂລກ. ພ້ອມກັນນັ້ນ, ກໍ່ຕ້ອງມີກົນໄກ, ນະໂຍບາຍໂຄສະນາພາບພົດ, ຜ່ານນັ້ນ ກໍ່ແຜ່ຂະຫຍາຍຈິດໃຈ, ສີສັນຂອງນະຄອນປະດິດຄິດສ້າງໃນວິວັດການພັດທະນາ ເພື່ອສ້າງກຳລັງໜູນໃຫ້້ແກ່ນະຄອນອື່ນໃນທົ່ວປະເທດຕື່ມອີກ. ສູ້ຊົນໃຫ້ບັນລຸບັນດາຄາດໝາຍຂອງ UNESCO ເພື່ອສືບຕໍ່ໄດ້ຮັບການເຊີດຊູ, ປະກອບສ່ວນສ້າງພາບພົດຂອງທ້ອງຖິ່ນ, ປະເທດຊາດ, ວັດທະນະທຳ ແລະ ຊາວ ຫວຽດນາມ, ໂຄສະນາເຖິງເພື່ອນມິດສາກົນ”.

ຕອບກັບ