ສະພາຄວາມໝັ້ນຄົງ ສປຊ ຈະປະຊຸມດ່ວນກ່ຽວກັບຄຳກ່າວຫາໃນການນຳໃຊ້ອາວຸດເຄມີຢູ່ ຊີຣີ

Chia sẻ
(VOVWORLD) - ວັນທີ 08 ເມສາ, ຄະນະປະຕິບັດງານ ອັງກິດ ປະຈຳ ສະຫະປະຊາຊາດໃຫ້ຮູ້ວ່າ: 9 ໃນຈຳນວນ 15 ປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ກະຕຸກຊຸກຍູ້ຈັດກອງປະຊຸມດ່ວນໃນວັນທີ 09 ເມສາ
ສະພາຄວາມໝັ້ນຄົງ ສປຊ ຈະປະຊຸມດ່ວນກ່ຽວກັບຄຳກ່າວຫາໃນການນຳໃຊ້ອາວຸດເຄມີຢູ່ ຊີຣີ - ảnh 1

ພາບປະກອບ THX/TTXVN)

ແນໃສ່ປຶກສາຫາລືກ່ຽວກັບຂ່າວຄາວທີ່ກ່ຽວຂ້ອງເຖິງຄຳກ່າວຫາກ່ຽວກັບນຳໃຊ້ອາວຸດເຄມີຢູ່ ຊີຣີ. ອັງກິດ, ຝະຣັ່ງ, ອາເມລິກາ, ໂປໂລຍ, ໂຮນລັງ, ຊູແອດ, ກູເວດ, ເປຣູ ແລະ ກົດດີວົວ ຮຽກຮ້ອງສະພາຄວາມໝັ້ນຄົງສະຫະປະຊາຊາດຈັດຕັ້ງກອງປະຊຸມນີ້.

        ກ່ອນໜ້ານັ້ນ, ວັນທີ 08 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງຢືນຢັນວ່າ: ບັນດາຂ່າວຄາວກ່ຽວກັບເຫດບຸກໂຈມຕີທີ່ນຳໃຊ້ອາວຸດເຄມີຢູ່ ຊີຣີ ແມ່ນຂ່າວເສກສັນປັ້ນແຕ່ງທັງໝົດ, ພ້ອມທັງກ່າວເຕືອນວ່າ  ທຸກການເຄື່ອນໄຫວດ້ານການທະຫານໂດຍອີງໃສ່ຫຼັກຖານປອມແປງ ຫຼື ເສກສັນປັ້ນແຕ່ງ ອາດຈະກໍ່ໃຫ້ເກີດຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງ.

        ໃນຂະນະນັ້ນ, ວັນທີ 08 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າທ່ານປະທານາທິບໍດີ ຊີຣີ Bashar Al Assad ຈະຕ້ອງຕອບແທນດ້ວຍບົດຮຽນລາຄາແພງ ຍ້ອນວ່າໄດ້ດຳເນີນການບຸກໂຈມຕີທີ່ຖືກສົງໄສວ່າ ນຳໃຊ້ອາວຸດເຄມີແນໃສ່ສາມັນຊົນ, ພ້ອມທັງ ຕຳໜິຕິຕຽນເລື່ອງ ລັດເຊຍ  ແລະ ອີຣານ ໜູນຫລັງອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar Al Assad.

ຕອບກັບ