ລັດ​ເຊຍ ຢັ້ງ​ຢືນ​ບໍ່​ອີງ​ໃສ່ EU ກ່ຽວ​ກັບ​ເສດ​ຖະ​ກິດ

Chia sẻ
(VOVWORLD) -ທ່ານ Sergey Lavrov ໄດ້ເຕື້ອງເຖິງວ່າ ກ່ອນນີ້ ລັດເຊຍ ແລະ EU ໄດ້ມີບັນດາວິສາຫະກິດຮ່ວມທຸລະກິດ, ພິເສດແມ່ນພ້ອມກັນຜະລິດວັດຖຸອຸປະກອນການທະຫານ ກັບ ຢູແກຼນ ແລະ ບັນດາປະເທດ ບານຕິກ. 
ລັດ​ເຊຍ ຢັ້ງ​ຢືນ​ບໍ່​ອີງ​ໃສ່  EU ກ່ຽວ​ກັບ​ເສດ​ຖະ​ກິດ - ảnh 1ທ່ານລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: AFP/TTXVN)

ລັດເຊຍ ບໍ່ອີງໃສ່ ສະຫະພາບ ເອີລົບ (EU) ໃນບັນດາບັນຫາເສດຖະກິດ ຍ້ອນ EU  ເວລາໃດ ກໍ່ສາມາດຈັດວາງບັນດາມາດຕະການລົງໂທດຕ້ານຄືນ ມົດສະກູ. ທ່ານລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ຍົກອອກຂໍ້ສັງເກດນີ້ຢູ່ກອງປະຊຸມກັບບັນດາສະມາຊິກ ຂອງ ສະຫະພັນບັນດາວິສາຫະກິດ ເອີລົບ ປະຈຳ ລັດເຊຍ.

ທ່ານ Sergey Lavrov ໄດ້ເຕື້ອງເຖິງວ່າ ກ່ອນນີ້ ລັດເຊຍ ແລະ EU ໄດ້ມີບັນດາວິສາຫະກິດຮ່ວມທຸລະກິດ, ພິເສດແມ່ນພ້ອມກັນຜະລິດວັດຖຸອຸປະກອນການທະຫານ ກັບ ຢູແກຼນ ແລະ ບັນດາປະເທດ ບານຕິກ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ໃຫ້ຮູ້ວ່າ ກຽມພ້ອມການເຊື່ອມຕໍ່ ແຕ່ບໍ່ມີຫຍັງຮັບປະກັນວ່າ ໃນໄລຍະການຮ່ວມມືໃໝ່, ມີວິສາຫະກິດ ຈຳນວນໜຶ່ງຈາກ EU ຄັດຄ້ານລັດເຊຍ ຈະບໍ່ຢາກ ລົງໂທດພວກຂ້າພະເຈົ້າ, ເຂົາເຈົ້າຈະບໍ່ຮຽກຮ້ອງບັນດາມາດຕະກາກລົງໂທດໃໝ່.

ຕອບກັບ