ປະ​ທາ​ນາ​ທິບ​ໍ​ດີ ​ລັດ​ເຊຍ ໃຫ້ສັດຕະຍາບັນຢຸ​ດ​ຕິ INF

Chia sẻ
(VOVWORLD) - ລັດເຊຍ ໄດ້ປະກາດວ່າຈະຜັນຂະຫຍາຍບັນດາມາດຕະການການທະຫານເພື່ອໂຕ້ຕອບບັນດາໄພນາບຂູ່ຂອງ NATO ທີ່ກ່ຽວຂ້ອງເຖິງເລື່ອງ ມົດສະກູຢຸດຕິການປະຕິບັດ INF.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຫາກໍ່ລົງນາມໃຫ້ສັດຕະຍາບັນຮ່າງກົດໝາຍວ່າດ້ວຍການຢຸດຕິສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). ຂໍ້ມູນນີ້ໄດ້ເອົາລົງໃນເວັບໄຊຂອງລັດຖະບານ ລັດເຊຍ ຢ່າງເປັນທາງການໃນວັນທີ 3 ກໍລະກົດ. ລັດເຊຍ ໄດ້ປະກາດວ່າຈະຜັນຂະຫຍາຍບັນດາມາດຕະການການທະຫານເພື່ອໂຕ້ຕອບບັນດາໄພນາບຂູ່ຂອງ NATO ທີ່ກ່ຽວຂ້ອງເຖິງເລື່ອງ ມົດສະກູຢຸດຕິການປະຕິບັດ INF.

ຮ່າງກົດໝາຍວ່າດ້ວຍການຢຸດຕິການປະຕິບັດ INF ຂອງ ລັດເຊຍ ຈະໄດ້ຮັບການໃຫ້ສັດຕະຍາບັນຈາກສະພາຕ່ຳ ລັດເຊຍ ໃນວັນທີ 18 ມິຖຸນາ ແລະ ຫຼັງຈາກນັ້ນ, ສືບຕໍ່ຍົກອອກມາຢູ່ສະພາສູງ ລັດເຊຍ ເພື່ອຮັບຮອງເອົາ. ທ່ານປະທານາທິບໍດີ Putin ໄດ້ສົງຮ່າງກົດໝາຍນີ້ໃຫ້ສະພາຕ່ຳເມື່ອທ້າຍເດືອນ ພຶດສະພາຜ່ານມາ.

ຕອບກັບ