ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ

Chia sẻ
(VOVWORLD) - ທ່ານ Reda El Taify, ເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ໄລຍະ 2010  2014 ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຜູ້ຍິ່ງໃຫຍ່ ແລະ ປີຊາສາມາດຂອງ ຫວຽດນາມ, ແມ່ນຜູ້ທີ່ສວມບົດບາດສຳຄັນໃນການຊຸກຍູ້ຄວາມວັດທະນາຖາວອນຂອງ ຫວຽດນາມ, ຍົກສູງບົດບາດ, ທີ່ຕັ້ງແຫ່ງຊາດຂອງ ຫວຽດນາມ ບົນເວທີສາກົນ.
ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ - ảnh 1ທ່ານ Reda El Taify ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ

ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ຢູ່ ອີຢິບ ໃນຕອນບ່າຍວັນທີ 20 ກໍລະກົດ, ທ່ານ Reda El Taify ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດບາດອັນຍິ່ງໃຫຍ່ໃນປະຫວັດສາດ ຫວຽດນາມ ໃນປັດຈຸບັນ, ພິເສດແມ່ນໃນພາລະກິດພັດທະນາເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ:

“ສຳລັບການພົວພັນພາຍໃນປະເທດ, ໃນຊຸມປີຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍບັນດາການນຳ ຫວຽດນາມ ໄດ້ຊຸກຍູ້ຄວາມວັດທະນາຖາວອນຂອງປະເທດຊາດໃນທຸກຂົງເຂດ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ - ສັງຄົມ. ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາຜົນງານນີ້ໃນໄລຍະປະຕິບັດໜ້າທີ່ຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ໄດ້ຊ່ວຍ ຫວຽດນາມ ມີການຫັນປ່ຽນຢ່າງແຮງ, ບັນລຸໄດ້ຜົນງານບຸກທະລຸໃນຂົງເຂດເສດຖະກິດ, ນຳສິນຄ້າ ຫວຽດນາມ ສົ່ງອອກໄປຫຼາຍປະເທດໃນໂລກ, ໃນນັ້ນ ມີຕະຫຼາດ ອີຢິບ ແລະ ບັນດາປະເທດ ອາຣັບ. ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດອຸດສາຫະກຳ, ພື້ນຖານເສດຖະກິດທີ່ມີກຳລັງແຮງພາຍໃນທີ່ເຂັ້ມແຂງ”.

ນັກຂ່າວ VOV ປະຈຳ ອີຢິບ

 

ຕອບກັບ