ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10 ກັນຍາ

Chia sẻ

(VOVWORLD) - ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ ໂຕເລີມ ແລະພັນລະຍາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10 ກັນຍາ - ảnh 1ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ໂຕເລີມ 

ຕາມແຈ້ງການວັນທີ 5 ກັນຍາ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 10 – 13 ກັນຍາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ ໂຕເລີມ ແລະ ພັນລະຍາ.

ຕອບກັບ