ໜູນ​ຊ່ວຍ​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ໂດຍ​ພາ​ຍຸ Yagi ກໍ່​ຂຶ້ນ, ຟື້ນ​ຟູ​ການ​ຜະ​ລິດ ແລະ​ນຳ​ຊີ​ວິດ​ກັບ​ຄືນ​ສະ​ພາບ​ການ​ປົກ​ກະ​ຕິ

Chia sẻ
(VOVWORLD) - ພັກ, ລັດ ຍາມໃດກໍ່ເອົາໃຈ ແລະ ຈະພິຈາລະນານະໂຍບາບໜູນຊ່ວຍພໍ່ແມ່ປະຊາຊົນຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ ໃນການຟື້ນຟູການຜະລິດ ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິ.
ໜູນ​ຊ່ວຍ​ປະ​ຊາ​ຊົນ​ຖືກ​ເສຍ​ຫາຍ​ໂດຍ​ພາ​ຍຸ Yagi ກໍ່​ຂຶ້ນ, ຟື້ນ​ຟູ​ການ​ຜະ​ລິດ ແລະ​ນຳ​ຊີ​ວິດ​ກັບ​ຄືນ​ສະ​ພາບ​ການ​ປົກ​ກະ​ຕິ - ảnh 1ທ່ານ ຫງວຽນຊວັນທັ້ງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ຄອບຄົວຖືກຜົນເສຍຫາຍຈາກ ພາຍຸ Yagi (ພາບ: TTXVN)

ຕອນເຊົ້າວັນທີ 15 ກັນຍາ, ທ່ານ ຫງວຽນຊວັນທັ້ງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະປະຕິບັດງານໄດ້ມາຢ້ຽມຢາມ, ລະດົມກຳລັງໃຈປະຊາຊົນແຂວງ ອຽນບ້າຍ ຖືກຜົນສະທ້ອນ ແລະ ເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ. ທ່ານ ຫງວຽນຊວັນທັ້ງ ປາດຖະໜາຢາກໃຫ້ ທ້ອງຖິ່ນສືບຕໍ່ຍູ້ແຮງວຽກງານແກ້ໄຂພື້ນຖານດ້ານວັດຖຸ, ໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກພາຍຸ Yagi. ໃນໂອກາດນີ້, ທ່ານ ຫງວຽນຊວັນທັ້ງ ແລະ ຄະນະປະຕິບັດງານໄດ້ມອບເງິນບໍລິຈາກໜູນຊ່ວຍແຂວງອຽນບ້າຍ ກ່ວາ 60.000 USD ເພື່ອແກ້ໄຂຜົນຕາມມາຈາກພາຍຸ Yagi.

ແລະກໍ່ໃນວັນດຽວກັນ, ເມື່ອລົງກວດກາສະພາບການແກ້ໄຂຜົນຕາມມາຈາກພາຍຸ Yagi ຢູ່ແຂວງ ຫ໋າຍເຢືອງ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈ ແລະ ຈະພິຈາລະນານະໂຍບາບໜູນຊ່ວຍພໍ່ແມ່ປະຊາຊົນຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ ໃນການຟື້ນຟູການຜະລິດ ນຳຊີວິດການເປັນຢູ່ກັບຄືນສູ່ສະພາບການທີ່ເປັນປົກກະຕິ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີ ແຂວງຫ໋າຍເຢືອງສຸມໃສ່ຜັນຂະຫຍາຍບັນດາມາດຕະການເພື່ອແກ້ໄຂຄວາມເສຍຫາຍຈາກພາຍຸໂດຍໄວ ແລະ ເອົາໃຈໃສ່ໜູນຊ່ວຍກ່ຽວກັບເຮືອນຊານໃຫ້ແກ່ຜູ້ຖືກເສຍຫາຍກ່ຽວກັບເຮືອນຢູ່, ຄົ້ນຄ້ວາສ້າງນະໂຍບາຍຂອງແຂວງ ເພື່ອໜູນຊ່ວຍກ່ຽວກັບສິນເຊື່ອ, ວິທະຍາສາດເຕັກໂນໂລຢີ ໃຫ້ແກ່ປະຊາຊົນຖືກເສຍຫາຍ.

ຕອບກັບ