ຫວຽດນາມ ນອນໃນກຸ່ມມີດັດຊະນີພັດທະນາລັດຖະບານເອເລັກໂຕນິກສູງທີ່ສຸດ

Chia sẻ
(VOVWORLD) - ສະເພາະພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ຢືນອັນດັບທີ 5/11 ປະເທດ.
ຫວຽດນາມ ນອນໃນກຸ່ມມີດັດຊະນີພັດທະນາລັດຖະບານເອເລັກໂຕນິກສູງທີ່ສຸດ - ảnh 1ຫວຽດນາມ ຢຶນອັນດັບທີ 71 ໃນຈຳນວນ 193 ປະເທດໃນການສຳຫຼວດລັດຖະບານເອເລັກໂຕນິກ
(ພາບ: TTXVN)

        ປີ 2024, ຫວຽດນາມ ໄດ້ຮັບການຈັດເຂົ້າກຸ່ມມີດັດຊະນີລັດຖະບານເອເລັກໂຕນິກ (EGDI) ສູງທີ່ສຸດ, ດ້ວຍ 0,7709 ຄະແນນ, ຢຶນອັນດັບທີ 71 ໃນຈຳນວນ 193 ປະເທດໃນການສຳຫຼວດລັດຖະບານເອເລັກໂຕນິກຄັ້ງທີ 13 ຂອງສະຫະປະຊາຊາດ. ເມື່ອທຽບໃສ່ການຕີລາຄາໃນປີ 2023, ຫວຽດນາມ ໄດ້ເລື່ອນຂຶ້ນ 15 ຂັ້ນ. ສະເພາະພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ຢືນອັນດັບທີ 5/11 ປະເທດ.

        ສະຫະປະຊາຊາດຢືນຢັນວ່າ, ເລື່ອງບັນດາປະເທດຄື ຫວຽດນາມ ໄດ້ເລື່ອນຂຶ້ນ ຈາກກຸ່ມ EGDI ຂຶ້ນສູງເຖິງສູງທີ່ສຸດຄືແນວນັ້ນໄດ້ສ່ອງແສງຜົນສຳເລັດໃນການປັບປຸງພື້ນຖານໂຄງລ່າງດີຈີຕອນ, ເປີດກວ້າງການເຊືີ່ອມຕໍ່ກັບເຄືອຂ່າຍອິນເຕີເນັດ. ສະຫະປະຊາຊາດຕີລາຄາການລົງທຶນຫຼາຍພໍສົມຄວນຂອງ ຫວຽດນາມ ເຂົ້າໃນການບໍລິການສາທາລະນະທາງອອນລາຍເຊິ່ງໄດ້ສະແດງອອກໃນຕາຕະລາງຈັດອັນດັບໃໝ່. ຫວຽດນາມ ສາມາດຍູ້ແຮງການພັດທະນາເຕັກນິກດີຈີຕອນ ດ້ວຍວິທີສະໜອງການບໍລິການສາທາລະນະທາງອອນລາຍ ແລະ ພັດທະນາມະນຸດ.

ຕອບກັບ